ຂ່າວສານ

ເລ​ຂາ​ທິ​ກາ​ນ​ໃຫຍ່​ໂຕ​ເລິມ ເຮັດ​ວຽກ​ກັບ​ອະ​ນຸ​ກຳ​ມະ​ການ​ເສດ​ຖະ​ກິດ​ສັງ​ຄົມ ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ XIV ຂອງ​ພັກ

ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ພັກກອມມູນິດ ຫວຽດນາມ ໄດ້ກຳນົດການພັດທະນາເສດຖະກິດ ແມ່ນໜ້າທີ່ຈຸດສຸມ ເພາະສະນັ້ນ ບົດລາຍງານເສດຖະກິດ - ສັງຄົມແມ່ນບົດລາຍງານຫົວເລື່ອງທີ່ມີຄວາມສຳຄັນຍິ່ງໃນ ຂະບວນວິວັດວາງກຳນົດແຜນນະໂຍບາຍຂອງພັກ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ

ຕອນເຊົ້າວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ ໂຕເລິມ, ຫົວໜ້າຄະນະອະນຸກຳມະການເອກະສານເປັນປະທານການເຮັດວຽກກັບອະນຸກຳມະການເສດຖະກິດສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ເຊິ່ງມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ກ່າວຄຳເຫັນໄຂການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ພັກກອມມູນິດ ຫວຽດນາມ ໄດ້ກຳນົດການພັດທະນາເສດຖະກິດ ແມ່ນໜ້າທີ່ຈຸດສຸມ ເພາະສະນັ້ນ ບົດລາຍງານເສດຖະກິດ - ສັງຄົມແມ່ນບົດລາຍງານຫົວເລື່ອງທີ່ມີຄວາມສຳຄັນຍິ່ງໃນ ຂະບວນວິວັດວາງກຳນົດແຜນນະໂຍບາຍຂອງພັກ. ທ່ານເລຂາທິການໃຫຍ່ ຕີລາຄາສູງຄວາມມານະພະຍາຍາມຢ່າງມີຄວາມຮັບຜິດຊອບຂອງອະນຸກຳມະການເສດຖະກິດສັງຄົມໃນໄລຍະຜ່ານມາທີ່ໄດ້ຕິດແທດກັບຄວາມຮຽກຮ້ອງຕ້ອງການຂອງອະນຸກຳມະການເອກະສານ, ຢັ້ງຢືນຮ່າງບົດລາຍງານຂອງອະນຸກຳມະການເສດຖະກິດສັງຄົມມີຫຼາຍຈຸດໃໝ່ທີ່ມີລັກສະນະບຸກທະລຸ, ອັບເດດຕົວເລກເປັນປະຈຳ, ມີຈຸດສຸມ, ຮັບປະກັນລັກສະນະແໜ້ນແຟ້ນ ແລະ ເພີ່ມເຕີມບັນດາມາດຕະການນຳການເຕີບໂຕບັນລຸລະດັບ ສອງຕົວເລກໃນຊຸມປີຕໍ່ໄປ. ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຄຳຕັກເຕື່ອນວ່າ:

ຕ້ອງມີຄວາມຮັບຮູ້ຢ່າງຄົບຖວ້ນກ່ຽວກັບການພົວພັນສັດຈະວິພາກລະຫວ່າງ ການຮັກສາສະຖຽນລະພາບເພື່ອພັດທະນາ ແລະ ການພັດທະນາເພື່ອຮັກສາສະຖຽນລະພາບແບບຍືນຍົງ, ມຸ່ງໄປເຖິງເປົ້າໝາຍສຸດທ້າຍແມ່ນສືບຕໍ່ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ນັບມື້ນັບຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ດັ່ງນັ້ນເນື້ອໃນທັງໝົດຂອງບົດລາຍງານເສດຖະກິດສັງຄົມຕ້ອງສະແດງໃຫ້ເຫັນຈິດໃຈນີ້.


top