ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິການ​ສະ​ພາ​ຄວາມ​ໝັ້ນ​ຄົງ ເບ​ລາ​ຣຸດ

ໜ້າທີ່ຂອງບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງສອງປະເທດແມ່ນຕັ້ງໜ້າຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂັ້ນສູງ, ເຮັດໃຫ້ບັນດາເນື້ອໃນຂອງການພົວພັນຄູ່ຮ່ວມມືຍຸດທະສາດອຸດົມສົມບູນກວ່າ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມິນູດ ຫວຽດນາມ ໃຫ້ການຕ້ອນຮັບທ່ານ A. Volfovich ເລຂານຸການສະພາຄວາມໝັ້ນຄົງ ເບລາຣຸດ (ພາບ: TTXVN)

ຕອນບ່າຍວັນທີ 3 ທັນວາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມິນູດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ A. Volfovich ເລຂານຸການສະພາຄວາມໝັ້ນຄົງ ເບລາຣຸດ ທີ່ພວມມີການຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 1 – 4 ທັນວາ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ເບລາຣຸດ ໄດ້ຮັບການທົດສອບຜ່ານວັນເວລາ, ດັ່ງນັ້ນ, ໜ້າທີ່ຂອງບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງສອງປະເທດແມ່ນຕັ້ງໜ້າຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂັ້ນສູງ, ເຮັດໃຫ້ບັນດາເນື້ອໃນຂອງການພົວພັນຄູ່ຮ່ວມມືຍຸດທະສາດອຸດົມສົມບູນກວ່າຜ່ານບັນດາໂຄງການຮ່ວມມືລະອຽດໃນບັນດາຂົງເຂດທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ມີຄວາມຕ້ອງການ. ກ່ຽວກັບການຮ່ວມມືໃນຂົງເຂດຄວາມໝັ້ນຄົງ, ທ່ານເລຂາທິການໃຫຍ່ ສະແດງຄວາມຊົມເຊີຍຕໍ່ຄວາມມານະພະຍາຍາມຂອງ ບັນດາອົງການທີ່ມີໜ້າທີ່ຂອງສອງປະເທດໃນການຊຸກຍູ້ການຮ່ວມມືໃນຂົງເຂດສຳຄັນນີ້.

ກ່ຽວກັບການພົວພັນສອງຝ່າຍໃນບັນດາຂົງເຂດອື່ນ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າສອງຝ່າຍຕ້ອງສືບຕໍ່ໝູນໃຊ້ບັນດາຄວາມສາມາດບົ່ມຊ້ອນ, ຍູ້ແຮງ ບັນດາການເຄື່ອນໄຫວໂຄສະນາ, ແນະນຳຜະລິດຕະພັນ ແລະ ສົ່ງອອກນຳເຂົ້າ ຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ປະຊາຊົນສອງປະເທດ ໄດ້ຮູ້ຈັກ ແລະ ນຳໃຊ້ສິນຄ້າປະເພດທີ່ມີຊື່ສຽງຂອງກັນ, ຜ່ານນັ້ນກໍ່ຍົກວົງເງິນການຄ້າສອງຝ່າຍໃຫ້ສູ່ງຂຶ້ນກ່ວາອີກ.


top