ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳສູນ​ກາງ ກ່ຽວ​ກັບ​ການ​ສ້າງ​ລະ​ບອບ​ລະ​ບຽບ​ການ, ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ

ກົມການເມືອງ ຫາກໍປະກາດໃຊ້ຂໍ້ຕົກລົງສະບັບເລກທີ 288 – NQ/TW ວ່າດ້ວຍການສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ (ພາບ: TTXVN)

ຕາມນັ້ນແລ້ວ, ຄະນະຊີ້ນຳຈະຂຶ້ນກັບກົມການເມືອງ, ໂດຍທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ເປັນຫົວໜ້າຄະນະ; ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເປັນຮອງຫົວໜ້າຄະນະຊີ້ນຳ.

        ກ່ຽວກັບພັນທະ, ໜ້າທີ່, ສິດອຳນາດ, ລະບອບການເຮັດວຽກ, ສາຍສຳພັນໃນການປະຕິບັດງານຂອງຄະນະຊີ້ນຳສູນກາງ ກ່ຽວກັບການສ້າງລະບອບລະບຽບການ, ກົດໝາຍ ໃຫ້ສົມບູນແບບ ແມ່ນໄດ້ປະຕິບັດຕາມຂໍ້ກຳນົດຂອງກົມການເມືອງ.


top