ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຮຽກ​ຮ້ອງ​ແນວ​ໂຮມ​ປ​ະ​ເທດ​ຊາດ​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ​ທາງ​ສາ​ສະ​ໜາ, ສາ​ມັກ​ຄີ​ຊົນ​ເຜົ່າ

"... ເສີມຂະຫຍາຍຄວາມເປັນເອກະລັກອັນລ້ຳຄ່າຂອງ ຫວຽດນາມ ນັ້ນແມ່ນ ບໍ່ມີການປະທະກັນທາງສາສະໜາ, ຊົນເຜົ່າ ເພື່ອພັດທະນາບັນດາກຸ່ມກ້ອນມະຫາສາມັກຄີ, ຫັນຄວາມແຕກໂຕນກາຍເປັນຈຸດທີ່ເປັນເອກະລັກ, ກາຍເປັນແຫຼ່ງກຳລັງພັດທະນາປະເທດຊາດ.”

ຕອນເຊົ້າວັນທີ 23 ກັນຍາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນຄະນະພັກແນວໂຮມປະເທດຊາດ, ບັນດາໝູ່ຄະນະສູນກາງຄັ້ງທີ 01 ອາຍຸການ 2025 – 2030. ເຂົ້າຮ່ວມພິທີມີທ່ານ ໂຕເລິມ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ບັນດາການນຳພັກ, ລັດ ແລະ ຜູ້ແທນກວ່າ 346 ທ່ານ ຕາງໜ້າໃຫ້ອົງຄະນະພັກ.

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່

ກ່າວຄຳເຫັນຊີ້ນຳກ່ຽວກັບໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ທ່ານ ໂຕເລິມ ເລຂາທິການໃຫຍ່ ເນັ້ນໜັກວ່າ:

“ຕ້ອງສ້າງລະບອບລະບຽບການສົມທົບວຽກງານລະຫວ່າງ 25 ອົງການຈັດຕັ້ງພັກຂຶ້ນກັບອົງຄະນະພັກແນວໂຮມປະເທດຊາດໃຫ້ສົມບູນແບບ. ຕ້ອງຈັດແບ່ງຂັ້ນ, ແບ່ງສິດອຳນາດຢ່າງຈະແຈ້ງ; ຕ້ານການທັບຊ້ອນກັນ; ປະຕິບັດຖືກຕ້ອງຕາມຫຼັກການເຄື່ອນໄຫວຂອງລະບົບການເມືອງ ທີ່ໄດ້ກຳນົດໃນບັນດາເອກະສານນິຕິກຳ, ໃນກົດລະບຽບພັກ ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງ. ປັບປຸງ, ເປີດກວ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ສ້າງຕາໜ່າງຜູ້ຕາງໜ້າ ແລະ ມີການເຂົ້າຮ່ວມຂອງຫຼາຍຊັ້ນ, ຫຼາຍຊ່ອງທາງໃຫ້ແກ່ກຳມະກອນ, ຊາວກະສິກອນລຸ້ນໃໝ່, ຊາວໜຸ່ມໃນພື້ນຖານດີຈີຕອນ, ແມ່ຍິງ, ຜູ້ດ້ອຍໂອກາດ, ພໍ່ແມ່ພີ່ນ້ອງຖືສາສະໜາ, ຊົນເຜົ່າສ່ວນໜ້ອຍ; ຊຸກຍູ້ຄວາມສາມັກຄີທາງສາສະໜາ, ຄວາມສາມັກຄີຊົນຊາດ. ຜັນຂະຫຍາຍ “ປະຕູຖານແນວໂຮມປະເທດຊາດດີຈີຕອນ” ເພື່ອຮັບເອົາຄຳເຫັນ, ຂໍ້ສະເໜີຕະຫຼອດ 24 ຊົ່ວໂມງ. ເສີມຂະຫຍາຍຄວາມເປັນເອກະລັກອັນລ້ຳຄ່າຂອງ ຫວຽດນາມ ນັ້ນແມ່ນ ບໍ່ມີການປະທະກັນທາງສາສະໜາ, ຊົນເຜົ່າ ເພື່ອພັດທະນາບັນດາກຸ່ມກ້ອນມະຫາສາມັກຄີ, ຫັນຄວາມແຕກໂຕນກາຍເປັນຈຸດທີ່ເປັນເອກະລັກ, ກາຍເປັນແຫຼ່ງກຳລັງພັດທະນາປະເທດຊາດ.”


top