ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຈົນ​ຮອດ​ປີ 2045

ທ່ານເລຂາທິການໃຫຍ່ໂຕເລິມຊີ້ແຈ້ງວ່າ ມະຕິຕ້ອງແມ່ນການອອກແບບສັງລວມໃຫ້ແກ່ຮູບແບບການເຕີບໂຕຢູ່ລະດັບສອງຕົວເລກຂອງ ຫວຽດນາມຈົນຮອດປີ 2045, ຍ້ອນວ່ານີ້ແມ່ນຄວາມຕັດສິນໃຈຍຸດທະສາດ, ການຄັດເລືອກທີ່ມີລັກສະນະປະຫວັດສາດເພື່ອແນໃສ່ຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ.
  ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: Thống Nhất/TTXVN)  

ຕອນບ່າຍວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບຄະນະນະໂຍບາຍ ແລະ ຍຸດທະສາດສູນກາງກ່ຽວກັບການສ້າງມະຕິວ່າດ້ວຍວິທີການແກ້ໄຂຍຸດທະສາດຊຸກຍູ້ເສດຖະກິດເຕີບໂຕຢູ່ໃນລະດັບສອງຕົວເລກຕິດພັນກັບການກຳນົດຮູບແບບການເຕີບໂຕໃໝ່. ທ່ານເລຂາທິການໃຫຍ່ໂຕເລິມຊີ້ແຈ້ງວ່າ ມະຕິຕ້ອງແມ່ນການອອກແບບສັງລວມໃຫ້ແກ່ຮູບແບບການເຕີບໂຕຢູ່ລະດັບສອງຕົວເລກຂອງ ຫວຽດນາມຈົນຮອດປີ 2045, ຍ້ອນວ່ານີ້ແມ່ນຄວາມຕັດສິນໃຈຍຸດທະສາດ, ການຄັດເລືອກທີ່ມີລັກສະນະປະຫວັດສາດເພື່ອແນໃສ່ຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ. ທ່ານໃຫ້ຮູ້ວ່າ:

ການປະຕິຮູບລະບອບລະບຽບການຕ້ອງໄດ້ປະຕິບັດຢ່າງແທ້ຈິງ, ເຖິງຖອງ, ນຳລະບອບລະບຽບການກາຍເປັນທ່າໄດ້ປຽບໃນການແກ້ງແຍ້ງ. ບັນດາຂໍ້ກຳນົດຂອງກົດໝາຍຕ້ອງຈະແຈ້ງ ແລະ ມີລັກສະນະກົດໝາຍສູງ; ສ້າງຖັນແຖວພະນັກງານທີ່ມີວິໄສທັດ, ມີຄວາມເກັ່ງກ້າສາມາດ… ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່, ພັດທະນາພື້ນຖານໂຄງລ່າງຍຸດທະສາດ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ມີຄວາມເກັ່ງກ້າສາມາດໃນການຄຸ້ມຄອງແຫ່ງຊາດ ແລະ ຕິດພັນການເຕີບໂຕ ກັບຄວາມຍຸຕິທຳສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.


top