ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ຕອນຄ່ຳວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນປະທານງານລ້ຽງຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ.ລາວ ແລະ ພັນລະຍາ ຢ່າງສົມກຽດ ເນື່ອງໃນໂອກາດພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.
ລາຍການສະແດງສິລະປະໃນງານລ້ຽງ

ກ່າວຄຳເຫັນນະທີ່ນີ້, ທ່ານ ໂຕເລິມ ເລເຂາທິການໃຫຍ່ ໄດ້ເນັ້ນໜັກວ່າບັນດາໝາກຜົນພົ້ນເດັ່ນກໍຄືແຜນນະໂຍບາຍ, ທິດທາງຍຸດທະສາດ, ວິໄສທັດໄລຍະຍາວ ແລະ ບັນດານະໂຍບາຍຊີ້ຂາດສຳຄັນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ວາງອອກ ຈະເປັນພື້ນຖານອັນໝັ້ນແກ່ນເພື່ອໃຫ້ສອງປະະເທດສືບຕໍ່ເຮັດໃຫ້ສາຍພົວພັນແບບພິເສດ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ ເລິກເຊິ່ງກວ່າອີກ.

ໃນໄລຍະຈະມາເຖິງການຮ່ວມມືລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງປະເທດ ຍິ່ງມີຄວາມໝາຍສຳຄັນພິເສດພວກຂ້າພະເຈົ້າຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນໃຫ້ການຮ່ວມມື ແລະ ຮ່ວມເດີນທາງພ້ອມກັບພັກລັດ ແລະ ປະຊາຊົນຢ່າງສຸດຂີດໃນການເສີມຂະຫຍາຍບັນດາຜົນງານສຳຄັນທີ່ບັນລຸໄດ້ຜ່ານຜ່າທຸກສິ່ງທ້າທາຍປະຕິບັດສຳເລັດບັນດາເປົ້າໝາຍກໍຄືບັນດາບັນຫາຍຸດທະສາດເຊິ່ງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວໄດ້ວາງອອກຢ່າງມີໄຊໃນສະພາບການປັດຈຸບັນຍິ່ງກວ່າເວລາໃດໝົດສອງພັກສອງລັດ ແລະ ປະຊາຊົນສອງປະເທດພວກເຮົາຍິ່ງຕ້ອງຈັບມືຢ່າງແໜ້ນແຟ້ນຮ່ວມແຮງຮ່ວມໃຈເສີມຂະຫຍາຍມູນເຊື້ອສາມັກຄີ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງແຂງແຮງສືບຕໍ່ນຳພາລະກິດປະຕິວັດຂອງສອງຊາດພວກເຮົາກ້າວຂຶ້ນຢ່າງໝັ້ນຄົງ”.

  ທ່ານ ໂຕເລິມ ເລເຂາທິການໃຫຍ່ ກ່າວຄຳເຫັນທີ່ງານລ້ຽງ  

ກ່າວຄຳເຫັນຕອບກັບ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເນັ້ນໜັກວ່າ ສອງປະເທດ ລາວ ແລະ ຫວຽດນາມ ພວມຢືນຢູ່ຕໍ່ໜ້າ “ແສງອາລຸນແຫ່ງສັກກະລາດໃໝ່” - ສັກກະລາດບືນຕົວຂຶ້ນ, ມຸ່ງໄປເຖິງບັນດາເປົ້າໝາຍໃໝ່ ເຊິ່ງກອງປະຊຸມໃຫຍ່ຂອງແຕ່ລະພັກໄດ້ວາງອອກ; ຢັ້ງຢືນພັກ, ລັດ ແລະ ປະຊາຊົນລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ປົກປັກຮັກສາ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ, ພ້ອມດຽວກັນນັ້ນ, ຖ່າຍທອດໃຫ້ຄົນລຸ້ນຫຼັງສືບຕໍ່ປົກປັກຮັກສາ ແລະ ຖະໜຸຖະໜອມຕະຫຼອດການ.


top