ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ຄວາມຕັດສິນຂອງກົມການເມືອງ ທີ່ເລີ່ມລົງມືກໍ່ສ້າງ 248 ໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຢູ່ 248 ຕາແສງເຂດຊາຍແດນດິນຕໍ່ແຜ່ນ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ.
  ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)  

ບັນດາໂຮງຮຽນເຂດຊາຍແດນ ບໍ່ພຽງແຕ່ແມ່ນກິດຈະກຳກໍ່ສ້າງທຳມະດາເທົ່ານັ້ນ ຫາກຍັງແມ່ນບ່ອນຝາກຝັງຄວາມເຊື່ອໝັ້ນ, ຄວາມຝັນຂອງພໍ່ແມ່ປະຊາຊົນເຂດຊາຍແດນ ອີກດ້ວຍ”. ນີ້ແມ່ນສານຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຢູ່ພິທີເລີ່ມລົງມືກໍ່ສ້າງ, ວາງສີລາລຶກ ບັນດາໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຢູ່ບັນດາຕາແສງເຂດຊາຍແດນດິນຕໍ່ແຜນໃນປີ 2026 ທີ່ຈະຈັດຂຶ້ນໃນຕອນເຊົ້າວັນທີ 19 ມີນາຢູ່ 17 ຈຸດເຊື່ອມຕໍ່ຖ່າຍທອດສົດ ແລະ 104 ຈຸດເຊື່ອມຕໍ່ແບບທາງໄກໃນທົ່ວປະເທດ.

ກ່າວຄຳເຫັນທີ່ຈຸດເຊື່ອມຕໍ່ສູນກາງຢູ່ໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະມັດທະຍົມຕອນຕົ້ນ ດົ່ງດັງ, ຕາແສງດົ່ງດັງ, ແຂວງລ້າງເຊີນ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງ ຄວາມຕັດສິນຂອງກົມການເມືອງ ທີ່ເລີ່ມລົງມືກໍ່ສ້າງ 248 ໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຢູ່ 248 ຕາແສງເຂດຊາຍແດນດິນຕໍ່ແຜ່ນ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງພັກ, ລັດທີ່ມີ ຕໍ່ພໍ່ແມ່ປະຊາຊົນເຂດຊາຍແດນ, ເຂດຫ່າງໄກສອກຫຼີກ ທີ່ຍັງປະສົບກັບຄວາມຫຍຸ້ງຍາກ. ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:

ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາຫົວໜ່ວຍອອກແບບ, ລົງມືກໍ່ສ້າງ, ໃຫ້ຄຳປຶກສາ, ຕິດຕາມກວດກາຕ້ອງປະຕິບັດວຽກງານດ້ວຍຈິດໃຈຄວາມຮັບຜິດຊອບຢູ່ລະດັບສູງສຸດ, ຖືນີ້ບໍ່ພຽງແຕ່ແມ່ນໂຄງການກໍ່ສ້າງທຳມະດາເທົ່ານັ້ນ ຫາກຍັງແມ່ນບ່ອນຝາກຝັງຄວາມ ເຊື່ອໝັ້ນ, ຄວາມຝັນຂອງພໍ່ແມ່ປະຊາຊົນເຂດຊາຍແດນ, ຕ້ອງຮັບປະກັນຄຸນນະພາບສູງທີ່ສຸດໃຫ້ແກ່ໂຄງການ, ຮັບປະກັນຄວາມປອດໄພໃນການອອກແຮງງານຢ່າງເດັດຂາດ, ຮັບປະກັນດ້ານເຕັກນິກ, ສິລະປະກຳ, ສົມກັບເປັນໂຮງຮຽນແບບຢ່າງເຂດຊາຍແດນ ແລະ ສົມກັບເປັນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມຸ່ງຫວັງຂອງປະຊາຊົນ, ຂອງບັນດາຄູອາຈານກໍ່ຄືຂອງພວກນ້ອງໆນັກຮຽນ.


top