ຕອນບ່າຍວັນທີ 20 ມີນາ, ຢູ່ສຳນັກງານສູນກາງພັກ (ທີ່ ຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ລາວ ນຳໂດຍທ່ານ ພົນໂທ ວັນທອງ ກອງມະນີ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ພວມຢ້ຽມຢາມ ແລະ ເຮັກວຽກຢູ່ ຫວຽດນາມ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕ້ອນຮັບຄະນະຜູ້ແທນກະຊວງຕຳຫຼວດ ລາວ ນຳໂດຍທ່ານ ພົນໂທ ວັນທອງ ກອງມະນີ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ (ພາບ: TTXVN)
ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາວ່າ ການຮ່ວມມືລະຫວ່າງກະຊວງຕຳຫຼວດ 2 ປະເທດ ແມ່ນໜຶ່ງໃນບັນດາຂົງເຂດເສົາຄ້ຳໃນການພົວພັນສອງປະເທດ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມຂອງແຕ່ລະປະເທດ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດ 2 ປະເທດ ຈະສືບຕໍ່ເພີ່ມທະວີການໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະສົບການໃນວຽກງານວິຊາການ, ສົມທົບກັນຕໍ່ສູ້ຕ້ານບັນດາກຳລັງເປັນປໍລະປັກຢ່າງມີປະສິດທິຜົນ. ພ້ອມດຽວກັນນັ້ນ, ຮ່ວມມືກັນຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານການຜັນແປໂດຍສັນຕິວິທີ, ສະກັດກັ້ນການປ້ອງກັນ, ຕ້ານບັນດາອາດຊະຍາກຳຂ້າມຊາດ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ…, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສ້າງເສັ້ນຊາຍແດນສອງປະເທດສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.
ສ່ວນທ່ານລັດຖະມົນຕີ ວັນທອງ ກອງມະນີ ຢັ້ງຢືນວ່າ ກະຊວງປ້ອງກັນຄວາມສະຫງົບລາວ ຈະສົມທົບກັບກະຊວງຕຳຫຼວດ ຫວຽດນາມ ຢ່າງແໜ້ນແຟ້ນໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໃນທຸກກໍລະນີປະກອບສ່ວນຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາ.