“ຖືປະຊາຊົນເປັນໃຈກາງ ໝາຍຄວາມວ່າຕ້ອງສ້າງກົນໄກເພື່ອໃຫ້ປະຊາຊົນມີສຽງເວົ້າຢ່າງແທດຈິງ, ມີສິດຕິດຕາມກວດກາຢ່າງແທດຈິງ, ມີໂອກາດເຂົ້າຮ່ວມບັນດາບັນຫາຢ່າງແທດຈິງ”.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ວາລະປຶກສາຫາລື (ພາບ: quochoi.vn)
ນີ້ແມ່ນຄຳເນັ້ນໜັກຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ໃນຕອນບ່າຍວັນທີ 04 ພະຈິກ ເມື່ອກ່າວຄຳເຫັນໃນວາລະປຶກສາຫາລືຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ກ່ຽວກັບຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.
ເມື່ອຢັ້ງຢືນທິດນຳ “ຖືປະຊາຊົນເປັນໃຈກາງ”, ປະຊາຊົນບໍ່ພຽງແຕ່ແມ່ນເປົ້າໝາຍຊົມໃຊ້ເທົ່ານັ້ນ ຫາກຍັງແມ່ນເຈົ້າກຳເຂົ້າຮ່ວມ, ຕິດຕາມກວດກາ, ຕີລາຄາ, ຮ່ວມເດີນທາງ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດ ປະກອບຄຳເຫັນກ່ຽວກັບກົນໄກເພື່ອໃຫ້ພັກນຳພາຢ່າງເດັດຂາດ, ຮອບດ້ານ ແຕ່ບໍ່ເຮັດແທນ, ບໍ່ອ້າງເຫດຜົນປົກປ້ອງກັນ, ບໍ່ຜ່ອນຜັນ; ລັດຖະບານຄຸ້ມຄອງ, ບໍລິຫານຕາມກົດໝາຍ, ກ້າຮັບຜິດຊອບດ້ວຍຕົນເອງ; ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ກາຍເປັນຂົວຕໍ່ທີ່ໄວ້ເນື້ອເຊື່ອໃຈລະຫວ່າງພັກ, ລັດກັບປະຊາຊົນ.
ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: quochoi.vn)
ເມື່ອແບ່ງປັນກ່ຽວກັບ 18 ຈຸດບຸກທະລຸໃນຮ່າງເອກະສານກອງປະຊຸມໃຫຍ່ຊຸດທີ XIV ຂອງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດມີການປະກອບສ່ວນຢ່າງກົງໄກກົງມາ, ຈະແຈ້ງ, ຕອບສອງຄຳຖາມທີ່ສຳຄັນທີ່ສຸດ, ລວມມີ: 18 ຈຸດໃໝ່ນັ້ນ ມີຂອບຂະໜາດພຽງພໍຫຼືບໍ ແລະ ຍັງມີບັນຫາໃດແດ່ທີ່ຍັງບໍ່ທັນໄດ້ລະບຸຢ່າງຖືກຕ້ອງໃນເອກະສານ? ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ເລື່ອງເຮັດແຈ້ງບັນດາບັນຫາດັ່ງກ່າວ ຈະຊ່ວຍໃຫ້ເອກະສານໄດ້ຮັບການຫັນເປັນລະບອບລະບຽບການ, ເຂົ້າສູ່ຊີວິດ, ຮັບໃຊ້ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ ໂດຍໄວ.