ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ພັກ​ກອມ​ມູ​ນິດ ຫວຽດນາມ - ຈາ​ກກອງ​ປະ​ຊຸມ​ໃຫຍ່​ຮອດກອງ​ປະ​ຊຸມ​ໃຫຍ່

ບັນດາເອກະສານ, ພາບຖ່າຍ, ວັດຖຸອຸປະກອນທີ່ເກັບຮັກສາຢ່າງລະມັດລະວັງ ໄດ້ວາດພາບຄືນວິວັດການກຳເນີດ ແລະ ພັດທະນາຂອງພັກກອມມູນິດ ຫວຽດນາມ ຢ່າງມີຊີວິດຊີວາ.
ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງ (ພາບ: TTXVN)

ໂດຍມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ຕອນບ່າຍວັນທີ 26 ທັນວາ, ຢູ່ກົມເກັບຮັກສາເອກະສານ, ຫ້ອງການສູນກາງພັກ, ຮ່າໂນ້ຍ, ຫ້ອງການສູນກາງພັກໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ຈັດງານວາງສະແດງ “ພັກກອມມູນິດ ຫວຽດນາມ - ຈາກກອງປະຊຸມໃຫຍ່ຮອດກອງປະຊຸມໃຫຍ່” ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບບັນດາການນຳພັກ, ລັດ ໄດ້ຕັດແຖບຜ້າໄຂງານວາງສະແດງ ແລະ ໄປຢ້ຽມຊົມງານວາງສະແດງ. ໂດຍຂຽນປຶ້ມບັນທຶກໜັງສືເປັນທີ່ລະນຶກ, ທ່ານເລຂາທິກນໃຫຍ່ ໂຕເລິມໄດ້ສະແດງຄວາມພາກພູມໃຈເມື່ອໄປຢ້ຽມຊົມງານວາງສະແດງ “ພັກກອມມູນິດ ຫວຽດນາມ - ຈາກກອງປະຊຸມໃຫຍ່ຮອດກອງປະຊຸມໃຫຍ່”. ບັນດາເອກະສານ, ພາບຖ່າຍ, ວັດຖຸອຸປະກອນທີ່ເກັບຮັກສາຢ່າງລະມັດລະວັງ ໄດ້ວາດພາບຄືນວິວັດການກຳເນີດ ແລະ ພັດທະນາຂອງພັກກອມມູນິດ ຫວຽດນາມ ຢ່າງມີຊີວິດຊີວາ.


top