ທ່ານເລຂາທິການໃຫຍ່ ຮຽກຮ້ອງປະຊາຊົນພາຍໃນປະເທດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈ: ສາມັກຄີກັນເພື່ອຍາດໄຊຊະນະຕໍ່ຄວາມຫຍຸ້ງຍາກ. ສາມັກຄີກັນເພື່ອມຸ່ງໄປເຖິງຜົນສຳເລັດ, ສາມັກຄີກັນເພື່ອສ້າງປະເທດຊາດໝັ້ນຄົງເຂັ້ມແຂງຕະຫຼອດໄປ.
ທ່ານ ເລຂາທິການໃຫຍ່ ໂຕເລິມ ພົບປະກັບປະຊາຊົນ ຕາແສງເທື້ອງກາດ, ຮ່າໂນ້ຍ (ພາບ: TTXVN)
“ພວກເຮົາຈົ່ງຈັບມືຂອງກັນໃຫ້ແໜ້ນ, ຮ່ວມແຮງຮ່ວມໃຈ: ສາມັກຄີເພື່ອຍາດເອົາໄຊຊະນະຕໍ່ຄວາມຫຍຸ້ງຍາກ. ສາມັກຄີເພື່ອມຸ່ງໄປເຖິງຜົນສຳເລັດ. ສາມັກຄີເພື່ອສ້າງປະເທດຊາດໝັ້ນຄົງເຂັ້ມແຂງຕະຫຼອດໄປ”. ນີ້ແມ່ນຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມໃນຕອນຄ່ຳວັນທີ 14 ພະຈິກ ຢູ່ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດປີ 2025 ຢູ່ຕາແສງ ເທື້ອງກາດ (ຮ່າໂນ້ຍ).
ເມື່ອໂອ້ລົມກັບພໍ່ແມ່ປະຊາຊົນໃນບໍລິເວນ, ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ກຳລັງແຮງຂອງມະຫາສາມັກຄີທົ່ວປວງຊົນ ເລີ່ມຈາກສິ່ງທີ່ໃກ້ຊິດ, ງ່າຍດາຍທີ່ສຸດ ຄືຄວາມໄວ້ເນື້ອເຊື່ອໃຈ ແລະ ນ້ຳໃຈຄວາມຮັກແພງລະຫວ່າງຄົນກັບຄົນ. ເມື່ອຖືຜົນປະໂຫຍດຂອງປະເທດຊາດເໜືອກ່ວາສິ່ງໃດໝົດ, ກ່ອນອື່ນໝົດ, ທຸກຄວາມແຕກຕ່າງກັນຈະຊອກຫາໄດ້ຈຸດທີ່ຄ້າຍຄືກັນ, ທຸກຄວາມຫຍຸ້ງຍາກຈະມີເສັ້ນທາງເປີດ ແລະ ໄດ້ຮັບການແກ້ໄຂ. ທ່ານເລຂາທິການໃຫຍ່ ຖືວ່າ ແງ່ຫວັງ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ” ຮຽກຮ້ອງໃຫ້ມີກຳລັງແຮງພາຍໃນໃໝ່, ຮູບແບບການເຕີບໂຕໃໝ່, ກຳລັງໜູນພັດທະນາໃໝ່: ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ເສດຖະກິດໝູນວຽນ. ທ່ານ ໃຫ້ຮູ້ວ່າ:
ແນວໂຮມປະເທດຊາດ - ອົງການຈັດຕັ້ງມະຫາຊົນ - ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເພື່ອນມິດສາກົນຕ້ອງມີການເຊື່ອມຕໍ່ຢ່າງແໜ້ນແຟ້ນ, ກວ້າງຂວາງກ່ວາອີກຜ່ານບັນດາການເຄື່ອນໄຫວທາງການພົວພັນຕ່າງປະເທດປະຊາຊົນ, ຜ່ານການເຊື່ອມຕໍ່ດ້ານກິລາ, ວັດທະນະທຳ, ການທ່ອງທ່ຽວ, ການສຶກສາ, ບຳລຸງສ້າງ, ການພົວພັນແລກປ່ຽນປະຊາຊົນ… ເສີມຂະຫຍາຍບົດບາດຫຼັກແຫຼ່ງຂອງແນວໂຮມປະເທດຊາດໃນການເຕົ້າໂຮມ, ສາມັກຄີ, ຕິດຕາມກວດກາ, ຕີລາຄາໃນສັງຄົມ.
ໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຮຽກຮ້ອງປະຊາຊົນພາຍໃນປະເທດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈ: ສາມັກຄີກັນເພື່ອຍາດໄຊຊະນະຕໍ່ຄວາມຫຍຸ້ງຍາກ. ສາມັກຄີກັນເພື່ອມຸ່ງໄປເຖິງຜົນສຳເລັດ, ສາມັກຄີກັນເພື່ອສ້າງປະເທດຊາດໝັ້ນຄົງເຂັ້ມແຂງຕະຫຼອດໄປ.