ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ເຖິງ 5 ກຸ່ມ​ວຽກ​ງານ​ຈຸດ​ສຸມ​ເພື່ອ​ນຳ​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ຂອງ​ສູນ​ກາງ​ເຂົ້າ​ສູ່​ຊີ​ວິ​ດ​ຕົວ​ຈິງ

ວັນ​ທີ 24 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ (ຮ່າ​ໂນ້ຍ), ພາຍຫຼັງ​ ເຮັດ​ວຽກມາ​ເປັນ​ເວ​ລາ 05 ວັນ, ກອງ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIV ໄດ້​ສຳ​ເລັດ​ລາຍ​ການ​ເຮ​ັດ​ວຽກ​ໄດ້​ວາງ​ອອກ.

 

  ບັນ​ຍາ​ກາດ​ພິ​ທີ​ອັດ​ກອງ​ປະ​ຊຸມ (ພາບ: VNA)  

ສູນ​ກາງ​ໄດ້​ປຶກ​ສາ​ຫາ​ລື​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ; ບັນ​ລຸ​ໄດ້​ຄວາມ​ຕົກ​ລົງ​ເປັນເອ​ກະ​ພາບ​ສູງ​ຕໍ່ຫຼາຍ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຊີ້​ຂາດ​ໃຫຍ່​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ, ລະ​ບົບ​ການ​ເມືອງ, ການ​ພັດ​ທະ​ນາ ແລະ ປົກ​ປັ​ກ​ຮັກ​ສາ​ປະ​ເທດ​ຊາດ. ກົມ​ການ​ເມືອງ​ໄດ້​ຮັບ​ຟັງ, ອະ​ພິ​ປາຍຢ່າງ​ເຂັ້ມ​ງວດ ແລະ ສ້າງ​ສຳ​ເລັດບັນ​ດາ​ຮ່າງ​ເອ​ກະ​ສານ.

ເມື່ອ​ກ່າວ​ຄຳ​ເຫັນ​ປິດກອງ​ປະ​ຊຸມ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ສະຫຼຸບ​ໂດຍ​ຫຍໍ້​ໝາກ​ຜົນ​ຕົ້ນ​ຕໍ​ຂອງກອງ​ປະ​ຊຸມ, ພ້ອມ​ທັງ​ເນັ້ນ​ໜັ​ກ​ເຖິງ 5 ກຸ່ມ​ວຽກ​ງານ​ຈຸດ​ສຸມ​ເພື່ອ​ນຳ​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ຂອງ​ສູນ​ກາງ​ເຂົ້າ​ສູ່​ຊີ​ວິດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງ​ຕ້ອງ​ຫັນ​ຄວາມ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ​ກາຍ​ເປັນ​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ການ​ກະ​ທຳ, ນຳ​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ຂອງ​ສູນ​ກາງ​ກາຍ​ເປັນ​ໝາກ​ຜົນ​ລະ​ອຽດ.

“ກຳ​ນົດ​ຖືກ​ຕ້ອງ​ຈຸດ​ສຸມ, ລຳ​ດັບ​ໃຫ້​ບຸ​ລິ​ມະ​ສິດ ແລະ ບັນ​ດາ​ຂອດ​ບຸກ​ທະ​ລຸ​ທີ່​ຕ້ອງ​ສຸມ​ໃສ່​ປະ​ຕິ​ບັດ. ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ຂອງກອງ​ປະ​ຊຸມ​ມີ​ຂອບ​ເຂດກວ້າງຂວາງ, ສົ່ງ​ຜົນ​ກະ​ທົບ​ຕໍ່ຫຼາຍ​ດ້ານ ແລະ ມີ​ສາຍ​ສຳ​ພັນອັນ​ແໜ້ນ​ແຟ້ນ. ດັ່ງ​ນັ້ນ ຕ້ອງ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ໃນ​ທັນ​ທີ. ບັນ​ດາ​ໜ້າ​ທີ່​ທີ່​ມີ​ລັກ​ສະ​ນະ​ພື້ນ​ຖານ, ມີ​ກຳ​ລັງ​ນຳ​ພາ, ແຜ່​ກະ​ຈາຍ ຕ້ອງ​ໄດ້​ສຸມ​ໃສ່​ໃຫ້​ບຸ​ລິ​ມະ​ສິດ. ຮູ້​ໜ້າ​ວຽກ​ຢ່າງ​ຈະ​ແຈ້ງ, ເງື່ອນ​ໄຂ​ສຸກງອມ​ແລ້ວ ຕ້ອງ​ປະ​ຕິ​ບັດ​ໃນ​ທັນ​ທີ, ປະ​ຕິ​ບັດຢ່າງ​ເຖິງ​ກົກ​ເຖິງ​ປາຍ, ມີ​ປະ​ສິດ​ທິ​ຜົນ; ສຳ​ລັບ​ໜ້າ​ວຽກ​ໃໝ່, ​ຫຍຸ້ງຍາກ, ຍັງ​ບໍ່​ທັນ​ເຮັດ​ມາ​ກ່ອນ, ຕ້ອງ​ໃຫ​້​ກາ​ນ​ຄົ້ນ​ຄວ້າ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ; ເມື່ອ​ຈຳ​ເປັນ, ຕ້ອງ​ທົດ​ລອງ​ໂດຍ​ມີ​ການ​ຄວບ​ຄຸມ, ທັງ​ເຮັດ​ທັງ​ຕີ​ລາ​ຄາ, ຖືກ​ຕ້ອງ​ຕາມ​ສິດ​ອຳ​ນາດ. ຕ້ອງ​ແກ້​ໄຂ​ບັນ​ດາ​ຂອດ​ແກ່ນ​ສານ​ຢ່າງ​ຂາດ​ຂັ້ນ ເພື່ອ​ເປີດ​ທາງ​ໃຫ້​ແກ່​ການ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ທີ່​ຍັງ​ເຫຼືອ”.

  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VNA)  

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ສະ​ເໜີວ​່າ​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ຂອງ​ສູນ​ກາງ​ຕ້ອງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ທີ່​ເປັນ​ເອ​ກະ​ພາບ, ລຸ​ລ່ວງ​ຂອງ​ພັກ; ເສີມ​ຂະ​ຫຍາຍ​ພາ​ລະ​ບົດ​ບາດ, ສິດ​ອຳ​ນາດ, ຄວາມ​ຮັບ​ຜິ​ດ​ຊອບ​ຂອງ​ແຕ່​ລະ​ອົງ​ການ​ຢ່າງ​ຄົບ​ຖ້ວນ. ຕ້ອງ​ມີ​ການ​ຈຳ​ແນກ​ຢ່າງ​ຈະ​ແຈ້ງ​ລະ​ຫວ່າງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ສູນ​ກາງ, ຂັ້ນ​ແຂວງ ແລະ ຂັ້ນ​ຕາ​ແສງ; ຮັບ​ປະ​ກັນ 3 ຂັ້ນ​ເຄື່ອນ​ໄຫວ​ຢ່າງ​ລຸ​ລ່ວງ, ສົມ​ທົບ​ກັນ​ຢ່າງ​ແໜ້ນແຟ້ນ ແລະ ມີ​ປະ​ສິດ​ທິ​ຜົນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜ​ັກ​ຕື່ມ​ອີກວ່າ:

“ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ ຫາ​ກໍ່​ເປັນ​ຂັ້ນ​ຕົ້ນເທົ່າ​ນັ້ນ. ສະ​ພາບ​ການ​ໂລກ​ຈະ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ, ສັບ​ສົນ, ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ສະຫຼັບ​ທັບ​ຊ້ອນ​ກັນ. ໃນ​ສະ​ພາບ​ການ​ນັ້ນ, ພວກ​ເຮົາ​ຍິ່ງ​ຕ້ອງ​ມີ​ຄວາມ​ຢຶ​ດ​ໝັ້ນ​ກັບ​ເປົ້າ​ໝາຍ, ຮັກ​ສາຫຼັກ​ການ, ຄວາມ​ສາ​ມັກ​ຄີ, ຄວາມ​ເປັນ​ລະ​ບຽບ​ວິ​ໄນ; ເປັນ​ເຈົ້າ​ການ, ປະ​ດິດ​ຄິດ​ສ້າງ, ກ້າ​ຄິດ, ກ້​າ​ທຳ, ກ້າ​ຮັບ​ຜິດ​ຊອບ​ເພື່ອ​ຜົນ​ປະ​ໂຫ​ຍດ​ລວມ”.


top