ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຄົມ​​ອະ​ດີດຕຳຫຼວດ​ປະ​ຊາ​ຊົນ ຫວຽດ​ນາມ

ຕອນ​ເຊົ້າ​ວັນ​ທີ 3 ຕຸ​ລາ, ຢູ່​ຮ່າ​ໂນ້ຍ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະ​ມາ​ຄົມ​ອະ​ດີດຕຳຫຼວດ​ປະ​ຊາ​ຊົນ ຫວຽດ​ນາມ ຄັ້ງ​ທີ II, ອາ​ຍຸ​ການ 2026 – 2031 ໄດ້​ດຳ​ເນີນ​ຢ່າງ​ສົມ​ກຽດ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຊິກ​ສະ​ມາ​ຄົມ​ອະ​ດີດ​ຕຳຫຼວດ​ປະ​ຊາ​ຊົນ ຫວຽດ​ນາມ ທົ່ວ​ປະ​ເທດ ຄັ້ງ​ທີ II, ອາ​ຍຸ​ການ 2026 - 2031 (ພາບ: VNA)  
ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່ກອງ​ປະ​ຊຸມ​ໃຫຍ່, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ແຕ່​ລະ​ສະ​ມາ​ຊິກ​ສະ​ມາ​ຄົມອະ​ດີດ​ຕຳຫຼວດ​ປະ​ຊາ​ຊົນ ຫວຽດ​ນາມ ມີ​ການ​ຝືກ​ຝົນຫຼໍ່ຫຼອມ​ຢ່າງ​ບໍ່​ຢຸດ​ຢັ້ງ, ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ຮຳ​ຮຽນ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ ແລະ ຄຳ​ສັ່ງ​ສອນ​ຕຳຫຼວດ​ປະ​ຊາ​ຊົນ​ 6 ຂໍ້ຂອງ​ເພິ່ນ, ສະ​ມາ​ຊິກສະ​ມາ​ຄົມ​ແຕ່​ລະ​ຄົນ ເປັນ​ແບບ​ຢ່າງ​ອັນ​ໃສ້​ແຈ້ງ​ຢູ່​ບ່ອນ​ພັກ​ອາ​ໄສ​ເພື່ອ​ໃຫ້​ຄົນ​ລຸ້ນ​ໜຸ່ມ​ຮຳ​ຮຽນ, ປະ​ຕິ​ບັດ​ຕາມ. ກອງ​ປະ​ຊຸມ​ໃຫຍ່​ໄດ້​ເລືອກ​ເອົາ​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ອາ​ຍຸ​ການ 2026 – 2031, ລວມ​ມີ 61 ຄົ​ນ. ທ່ານ​ພົນ​ໂທ ເລ​ກຸຍ​ເວືອງ ສື​ຕໍ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ຈາກ

top