ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສ້າງ​ພື້ນ​ຖານ​ຫັນ​ເປັນ​ຕົວ​ເມືອງ​ແບບ​ຍືນ​ຍົງ

ນະ​ໂຍ​ບາຍ​ເຮືອນ​ຢູ່​ໃນ​ໄລ​ຍະ​ໃໝ່​ຕ້ອງ​ໄດ້​ອອກ​ແບບ​ຢູ່​ລະ​ດັບ​ຈິນ​ຕະ​ນາ​ການ​ໃໝ່, ວິ​ໄສ​ທັດ​ໃໝ່, ຮັບ​ປະ​ກັນ​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ​ລ້ວນ​ແຕ່​ມີ​ບ່ອນ​ຢູ່​ດ້ານ​ຈິດ​ໃຈ, ເຮືອນ​ແມ່ນ​ບ່ອນ​ຢູ່ ບໍ່​ແມ່ນ​ບ່ອນ​ດຳ​ເນີນ​ທຸ​ລະ​ກິດ, ສະ​ສົມ​ຊັ​ບ​ສິນ.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ (ພາບ: VOV)  

ຕອນ​ບ່າຍ​ວັນ​ທີ 19 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ເປັນ​ປະ​ທານ​ກາ​ນ​ເຮັດ​ວຽກ​ກັບ​ຄະ​ນະ​ພັ​ກ​ລັດ​ຖະ​ບານ​ກ່ຽວ​ກັບ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ຄຳ​ສັ່ງ​ຂອງ​ຄະ​ນະ​ເລ​ຂາ​ທິ​ການ ສູນກາງພັກກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ຕໍ່​ວຽກ​ງານ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ ແລະ ພັດ​ທະ​ນາ​ເຮືອນ​ຢູ່​ໃຫ້​ເຊົ່າ​ໃນ​ສະ​ພາບ​ການ​ໃໝ່.

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ນະ​ໂຍ​ບາຍ​ເຮືອນ​ຢູ່​ໃນ​ໄລ​ຍະ​ໃໝ່​ຕ້ອງ​ໄດ້​ອອກ​ແບບ​ຢູ່​ລະ​ດັບ​ຈິນ​ຕະ​ນາ​ການ​ໃໝ່, ວິ​ໄສ​ທັດ​ໃໝ່, ຮັບ​ປະ​ກັນ​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ​ລ້ວນ​ແຕ່​ມີ​ບ່ອນ​ຢູ່​ດ້ານ​ຈິດ​ໃຈ, ເຮືອນ​ແມ່ນ​ບ່ອນ​ຢູ່ ບໍ່​ແມ່ນ​ບ່ອນ​ດຳ​ເນີນ​ທຸ​ລະ​ກິດ, ສະ​ສົມ​ຊັ​ບ​ສິນ. ນະ​ໂຍ​ບາຍ​ເຮືອນ​ຢູ່​ຕ້ອງ​ຢູ່​ລະ​ດັບ​ຍຸດ​ທະ​ສາດ​ໄລ​ຍະ​ຍາວ ເພື່ອ​ແນ​ໃສ່​ຫັນ​ຄວາມ​ຍຸ​ຕິ​ທຳ​ສັງ​ຄົມ, ຮັກ​ສາ​ຕະຫຼາດ, ສັງ​ຄົມ​ເປັນ​ປົກ​ກະ​ຕິ ແລະ ສ້າງ​ພື້ນ​ຖານ​ຫັນ​ເປັນ​ຕົວ​ເມືອງ ແບບ​ຍື​ນ​ຍົງ.


top