ແຕ່ລະນະໂຍບາຍພັດທະນາຕ້ອງມຸ່ງໄປເຖິງຄອບຄົວປອດໄພກວ່າ, ມີຄວາມສະເໝີພາບກວ່າ, ວັດທະນະທຳມະນຸດກວ່າ, ເດັກນ້ອຍໄດ້ຮັບການປົກປ້ອງ, ແມ່ຍິງໄດ້ຮັບຄວາມເຄົາລົບ, ຜູ້ມີອາຍຸສູງໄດ້ຮັບການລ້ຽງດູ, ສະມາຊິກທຸກຄົນໃນຄອບຄົວໄດ້ດຳລົງຊີວິດທ່າມກາງຄວາມຮັກແພງ, ລະບຽບວິໄນ ແລະ ມີຄວາມຮັບຜິດຊອບ.
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ (ພາບ:VGP)
ໃນຈົດໝາຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ຊີ້ແຈ້ງວ່າ: 25 ປີຜ່ານມາ, ວັນຄອບຄົວ ຫວຽດນາມ ໄດ້ກາຍເປັນໂອກາດເພື່ອເຄົາລົບ, ແຜ່ກະຈາຍບັນດາຄຸນຄ່າແບບຍືນຍົງຂອງຄອບຄົວ. ຫວຽດນາມ ພວມກ້າວເຂົ້າໄລຍະພັດທະນາໃໝ່ ດ້ວຍກາລະໂອກາດໃໝ່. ເສດຖະກິດການຕະຫຼາດ, ຫັນເປັນຕົວເມືອງ, ອົບພະຍົບແຮງງານ, ການຫັນເປັນດີຈີຕອນ, ປະຊາຊົນໃນອາຍຸສູງກວມເອົາສ່ວນຫຼາຍ… ພວມກໍ່ຜົນກະທົບຕໍ່ຊີວິດຂອງຄອບຄົວໃນແຕ່ລະວັນ. ສິ່ງທີ່ເປັນໜ້າກັງວົນ ນັ້ນແມ່ນ ບໍ່ພຽງແຕ່ມີຄວາມຫຍຸ້ງຍາກດ້ານວັດຖຸເທົ່ານັ້ນ ຫາກຍັງມີການຫຼຸດຜ່ອນຂອງການໂອ້ລົມ, ຮີບຄອງປະເພນີອື່ນໆອີກ. ເພາະສະນັ້ນ, ການເບິ່ງແຍງດູແລຄອບຄົວຕ້ອງໄດ້ຮັບການສັງເກດແມ່ນການເບິ່ງແຍງພື້ນຖານດ້ານວັດທະນະທຳ, ຄຸນສົມບັດ, ກິດຕິຄຸນມະນຸດ ແລະ ຊາວ ຫວຽດນາມ ແບບເກົ່າ ແລະ ຊາວ ຫວຽດນາມ ແບບໃໝ່ແຫ່ງສັງຄົມນິຍົມ. ແຕ່ລະນະໂຍບາຍພັດທະນາຕ້ອງມຸ່ງໄປເຖິງຄອບຄົວປອດໄພກວ່າ, ມີຄວາມສະເໝີພາບກວ່າ, ວັດທະນະທຳມະນຸດກວ່າ, ເດັກນ້ອຍໄດ້ຮັບການປົກປ້ອງ, ແມ່ຍິງໄດ້ຮັບຄວາມເຄົາລົບ, ຜູ້ມີອາຍຸສູງໄດ້ຮັບການລ້ຽງດູ, ສະມາຊິກທຸກຄົນໃນຄອບຄົວໄດ້ດຳລົງຊີວິດທ່າມກາງຄວາມຮັກແພງ, ລະບຽບວິໄນ ແລະ ມີຄວາມຮັບຜິດຊອບ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ ແຕ່ລະຄອບຄົວ ຫວຽດນາມ ຈະຮັກສາບັນດາຄຸນຄ່າດັ້ງເດີມທີ່ດີງາມດ້ວຍວຽກງານປະຈຳວັນ: ເຄົາລົບນັບຖືປູຍາຕາຍາຍ, ພໍ່ແມ່, ຮັກແພງ, ເບິ່ງແຍງດູແລເດັກນ້ອຍ, ຜົວເມຍມີຄວາມສັດຊື່ບໍລິສຸດ, ສະເໝີພາບ, ແບ່ງປັນ; ທຸກລຸ້ນຄົນຮູ້ຮັບຟັງ, ເຄົາລົບ, ຊ່ວຍເຫຼືອເຊິ່ງກັນແລະກັນ.