ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ແຂວງ ກວ໋າງ​ຈິ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປວາງພວງມາລາ, ຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານພິເສດ ກຳແພງເກົ່າ ກວ໋າງຈິ; ຈູດທູບທຽນ, ວາງພວງມາລາອາໄລຫາບັນດານັກຮົບວິລະຊົນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງຫຼວງເລກ 9 ແລະ ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເຈື່ອງເຊີນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ວາງພວງມາລາ, ຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານພິເສດ ກຳແພງເກົ່າ ກວ໋າງຈິ

ຕອນບ່າຍວັນທີ 15 ຕຸລາ, ໃນການເດີນທາງໄປປະຕິບັດງານຢູ່ແຂວງ ກວ໋າງຈິ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປວາງພວງມາລາ, ຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານພິເສດ ກຳແພງເກົ່າ ກວ໋າງຈິ; ຈູດທູບທຽນ, ວາງພວງມາລາອາໄລຫາບັນດານັກຮົບວິລະຊົນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງຫຼວງເລກ 9 ແລະ ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເຈື່ອງເຊີນ ແລະ ຈູດທູບທຽນອາໄລຫາທ່ານເລຂາທິການໃຫຍ່ ເລຢວັນ, ການນຳຜູ້ດີເລີດຂອງຊາດ, ນັກຮົບຜູ້ອົງອາດກ້າແກ່ນຂອງຂະບວນການຄອມມູນິດ ແລະ ກຳມະກອນສາກົນ, ນັກຮຽນຜູ້ດີເລີດຂອງປະທານ ໂຮ່ຈີມິນ, ລູກຮັກດີເດັ່ນຂອງແຂວງ ກວ໋າງຈິ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ສະຫງວນ 1 ນາທີກົ້ມຫົວເຄົາລົບນັບຖືຖະຫວາຍດອກໄມ້, ທູບທຽນອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ.


top