ຕອນບ່າຍວັນທີ 03 ກັນຍາ, ຈາກສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໂອ້ລົມທາງໂທລະສັບກັບປະທານາທິບໍດີ ສ.ເກົາຫຼີ
ໃນການໂອ້ລົມກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຕີລາຄາສູງການພົວພັນ ຫວຽດນາມ - ສ.ເກົາຫຼີ ໃນໄລຍະ 32 ປີແຫ່ງງການພັດທະນາຢ່າງວ່ອງໄວໃນເກືອບທຸກຂົງເຂດ, ໂດຍສະເພາະແມ່ນພາຍຫຼັງທີ່ສອງຝ່າຍຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ປີ 2022; ພ້ອມທັງເນັ້ນໜັກວ່າ ພັກ, ລັດ ຫວຽດນາມ ຍາມໃດກໍຖືການພົວພັນຮ່ວມມືມິດຕະພາບກັບ ສ.ເກົາຫຼີ ເປັນສຳຄັນ.
ການນຳສອງທ່ານຕົກລົງເຫັນດີເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການຮັກສາການພົບປະ, ແລກປ່ຽນຂັ້ນສູງ ແລະໃນບັນດາຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ເພີ່ມທະວີການຮ່ວມມືໃນຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ, ດຸ່ນດ່ຽງ, ຍືນຍົງ.
ສອງຝ່າຍເຫັນດີຈະພ້ອມກັນມານະພະຍາຍາມຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 150 ຕື້ USD ໃນປີ 2030. ທ່ານປະທານາທິບໍດີ ສ.ເກົາຫຼີ ກໍເນັ້ນໜັກວ່າ ສ.ເກົາຫຼີ ຈະເພີ່ມທະວີການນຳເຂົ້າຜະລິດຕະພັນກະເສດຂອງ ຫວຽດນາມ ແລະ ຊຸກຍູ້ການຮ່ວມມືດ້ານແຮງງານ, ວັດທະນະທຳ, ການທ່ອງທ່ຽວ, ການສຶກສາ, ພົບປະແລກປ່ຽນປະຊາຊົນ; ເອົາໃຈໃສ່, ໜູນຊ່ວຍພົນລະເມືອງສອງປະເທດທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ແຕ່ລະປະເທດ.