ຂ່າວສານ

ເລ​ຂາທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ພັນ​ລະ​ຍາ ເດີນ​ທາງ​ຮອດນະ​ຄອນຫຼວງ Manila ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ.ຟີ​ລິບ​ປິນ

ຕອນ​ບ່າຍ​ວັນ​ທີ 31 ພຶດ​ສະ​ພາ, ເຮືອ​ບິນ​ພິ​ເສດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ຮອດ​ນະ​ຄອນຫຼວງ Manila ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາ​ງ​ລັດ​ຖະ​ກິດ​ຢູ່ ສ.ຟີ​ລິບ​ປິນ, ແຕ່​ວັນ​ທີ 31 ພຶດ​ສະ​ພາ ຫາ​ວັນ​ທີ 1 ມິ​ຖຸ​ນາ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຟີ​ລິບ​ປິນ Ferdinand Romualdez Marcos Jr. ແລະ ພັນ​ລະ​ຍາ.
  ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ພັນ​ລະ​ຍາ ຢູ່​ສະ​ໜາມ​ບິນ Villamor Airbase, ຟີ​ລິບ​ປິນ (ພາບ:VOV)  

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຟີ​ລິບ​ປິນ​ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕເລິມ ຄັ້ງ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ເປັນ​ພິ​ເສດ​ທີ່​ສຸດ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ ຟີ​ລິບ​ປິນ​ ຄັ້ງ​ທໍ​າ​ອິດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ໂດຍ​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ສອງ​ປະ​ເທດ​ພວມ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຄົບ​ຮົບ 50 ປີ ແລະ ຟີ​ລິບ​ປິນ ພວມ​ຮັບ​ດຳ​ລົງ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ ປີ 2026.

  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ໄປຖວາຍດອກໄມ້ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ ​ຢູ່​ອະ​ນຸ​ສາ​ວະ​ລີ​ປະ​ທານ ໂຮ່​ຈີ​ມິນ (ພາບ: VOV)  

ພາຍຫຼັງ​ທີ່​ເດີນ​ທາງ​ຮອດ​ນະ​ຄອນຫຼວງ Manila, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ໄປຖວາຍດອກໄມ້ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ ​ຢູ່​ອະ​ນຸ​ສາ​ວະ​ລີ​ປະ​ທານ ໂຮ່​ຈີ​ມິນ ໃນ​ສວນອຸດທິຍານອາ​ຊຽນ, ຂຶ້ນ​ກັບ​ເຂດ​ກຳແພງເກົ່າ​ Intramuros, ນະ​ຄອນຫຼວງ Manila.


top