ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳໜ້າຄັ້ງທີ 16 ຂອງ WEF (ກອງປະຊຸມ Davos ລະດູຮ້ອນ), ທີ່ຈະຈັດຂຶ້ນຢູ່ນະຄອນ Tianjin ແລະເຮັດວຽກຢູ່ຈີນ ໃນລະຫວ່າງວັນທີ 24 – 27 ມິຖຸນາ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ຟ້າມແທັງບິ່ງ
ໂດຍຕອບສະໜອງຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສປ.ຈີນ Li Qiang ແລະ ທ່ານ Borge Brende ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານເວທີປາໄສເສດຖະກິດ ໂລກ (WEF), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳໜ້າຄັ້ງທີ 16 ຂອງ WEF (ກອງປະຊຸມ Davos ລະດູຮ້ອນ), ທີ່ຈະຈັດຂຶ້ນຢູ່ນະຄອນ Tianjin ແລະເຮັດວຽກຢູ່ຈີນ ໃນລະຫວ່າງວັນທີ 24 – 27 ມິຖຸນາ. ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ຟ້າມແທັງບິ່ງແລ້ວ, ເລື່ອງນາຍົກລັດຖະມົນຕີ ຫວຽດນາມເຂົ້າຮ່ວມກອງປະຊຸມ, ຫວຽດນາມ ໄດ້ຢັ້ງຢືນທີ່ຕັ້ງບົດບາດ, ຄວາມຮັບຜິດຊອບຕໍ່ສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ໂລກ, ເປັນເຈົ້າການປະກອບສ່ວນເຂົ້າໃນບັນດາການແລກປ່ຽນ, ປຶກສາຫາລືຊອກຫາມາດຕະການໃຫ້ແກ່ບັນດາບັນຫາເສດຖະກິດ, ການພັດທະນາຂອງພາກພື້ນ ແລະ ທົ່ວໂລກ; ກຳແໜ້ນບັນດາບັນຫາ, ທ່າອ່ຽງໃໝ່ຂອງເສດຖະກິດໂລກ… ຜ່ານການພົບປະກັບວົງການການນຳ, ວົງການນັກວາງແຜນນະຍບາຍ ແລະ ປະຊາຄົມວິສາຫະກິດທົ່ວໂລກ, ຫວຽດນາມ ໄດ້ສົ່ງສານກ່ຽວກັບນະໂຍບາຍ, ແຜນນະໂຍບາຍຂອງພັກ ແລະ ລັດ, ສ້າງສັນ ແລະ ຊຸກຍູ້ໂອກາດຮ່ວມມືກັບບັນດາລັດຖະບານ, ວິສາຫະກິດຮັບໃຊ້ບັນດາເປົ້າໝາຍພັດທະນາຂອງປະເທດຊາດ, ໃນສະເພາະໜ້າແມ່ນການຮັບມືກັບການຜັນແປທີ່ສັບສົນຂອງການຄ້າທົ່ວໂລກ.
ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະມີຫຼາຍກິດຈະກຳສຳຄັນຢູ່ກອງປະຊຸມ ແລະ ເຮັດວຽກຢູ່ ຈີນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມດ້ວຍຖານະເປັນແຂກຖືກເຊີນພິເສດຂອງວາລະໂອ້ລົມສົນທະນານະໂຍບາຍກັບປະທານ WEF Tianjin , ກ່າວຄຳເຫັນຢູ່ວາລະປຶກສາຫາລື: “ສະຕະວັດຂອງອາຊີ ພວມປະສົບກັບສິ່ງທ້າທາຍ”, ແລະ ເຂົ້າຮ່ວມວາລະໄຂກອງປະຊຸມ.