ເຄື່ອງໝາຍ ຫວຽດ

ເລື່ອງລາວ ຂອງ ນໍ້ານົມ ອິນຊີ ມຸກດົ່ງ

ດ້ວຍ​ຄວາມ​ມຸ່ງ​ຫວັງ ​ຢາກ​ນຳ​ມາ​ໃຫ້​ຜູ້​ບໍ​ລິ​ໂພກ ​ຜະ​ລິດ​ຕະ​ພັນ​ນ້ຳ​ນົມ​ສົດ​ທີ່​ສະ​ອາດ ແລະ ປອດ​ໄພ, 8 ປີ​ແຫ່ງ​ການ​ເດີນ​ທາງກໍ່ ສ້າງ ແລະ ພັດທະນາ​ຂອງ ມຸກດົ່ງ (2015-2023) ໄດ້​ບັນ​ລຸ​ບັນ​ດາ​ບາດ​ກ້າວ​ທີ່​ໜ້າ​ຈົດ​ຈຳ​ຄື: ກາຍ​ເປັນ​ຍີ່​ຫໍ້​ ​ນໍ້ານົມ ​ອິນຊີ ແຫ່ງ​ທຳ ​ອິດ ​ຂອງ​ ຫວຽດ​ນາມ ໄດ້​ຮັບ​ໃບ​ຢັ້ງ​ຢືນ JAS (Japanese Agricultural Standards) ຂອງ ຍີ່ປຸ່ນ, ຢືນ​ຢັນ​ຖານະບົດບາດ​ນຳໜ້າໃນຂົງເຂດ​ລ້ຽງ ແລະ ປຸງແຕ່ງ​ນ້ຳ​ນົມ​ສົດ​ ທໍາລາຍ ເຊື້ອ ແບັກທີເຣຍ ບາງຊະນິດ ຢູ່ ຫວຽດ​ນາມ.

ດ້ວຍ​ຄວາມ​ມຸ່ງ​ຫວັງ ​ຢາກ​ນຳ​ມາ​ໃຫ້​ຜູ້​ບໍ​ລິ​ໂພກ ​ຜະ​ລິດ​ຕະ​ພັນ​ນ້ຳ​ນົມ​ສົດ​ທີ່​ສະ​ອາດ ແລະ ປອດ​ໄພ, 8 ປີ​ແຫ່ງ​ການ​ເດີນ​ທາງກໍ່ ສ້າງ ແລະ ພັດທະນາ​ຂອງ ມຸກດົ່ງ (2015-2023) ໄດ້​ບັນ​ລຸ​ບັນ​ດາ​ບາດ​ກ້າວ​ທີ່​ໜ້າ​ຈົດ​ຈຳ​ຄື: ກາຍ​ເປັນ​ຍີ່​ຫໍ້​ ​ນໍ້ານົມ ​ອິນຊີ ແຫ່ງ​ທຳ ​ອິດ ​ຂອງ​ ຫວຽດ​ນາມ ໄດ້​ຮັບ​ໃບ​ຢັ້ງ​ຢືນ JAS (Japanese Agricultural Standards) ຂອງ ຍີ່ປຸ່ນ, ຢືນ​ຢັນ​ຖານະບົດບາດ​ນຳໜ້າໃນຂົງເຂດ​ລ້ຽງ ແລະ ປຸງແຕ່ງ​ນ້ຳ​ນົມ​ສົດ​ ທໍາລາຍ ເຊື້ອ ແບັກທີເຣຍ ບາງຊະນິດ ຢູ່ ຫວຽດ​ນາມ.

ຟາມລ້ຽງ ງົວນົມ ຂອງ ບໍລິສັດຫຸ້ນສ່ວນ ນໍ້ານົມ ມຸກດົ່ງ. 

ເມື່ອດື່ມນ້ຳນົມ ມຸກດົ່ງ ແລ້ວ, ເຈົ້າບໍ່ສາມາດດື່ມນົມອື່ນໄດ້ອີກ”. ຄຳຍ້ອງ ຂອງ ລູກຄ້າຄົນນີ້ ໄດ້ກາຍເປັນແຮງຈູງໃຈອັນໃຫຍ່ຫຼວງ ໃຫ້ ແກ່ທ່ານນາງ ຫງວຽນທິຖິ້ງ ນັບແຕ່ມື້ເລີ່ມຕົ້ນ ການດຳເນີນ ເຮັດທຸລະກິດ ທີ່ຫຍຸ້ງຍາກ. ຄວາມມຸ່ງມາດປາດຖະໜາ ຢາກນຳ ແຫຼ່ງໂພຊະນາ ການທີ່ດີທີ່ສຸດ ມາໃຫ້ແກ່ຊາວ ຫວຽດນາມ ພ້ອມ ກັບຄວາມເຊື່ອ ໝັ້ນຈາກລູກຄ້າ ໄດ້ຊຸກຍູ້ໃຫ້ທ່ານນາງ ຖິ້ງ ກໍ່ຄື ທີມງານ ມຸກດົ່ງ ມີຄວາມພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອຄົ້ນຄວ້າ ແລະ ພັດທະນາ ຜະລິດຕະພັນນໍ້ານົມສົດທີ່ແຊບ, ປອດໄພ ແລະ ເໝາະສົມກັບລົດຊາດຂອງຄົນ ຫວຽດນາມ ທຸກເພດ ທຸກໄວ.

ແຫຼ່ງວັດຖຸດິບ ນ້ຳນົມ ຂອງ ມຸກດົ່ງ ແມ່ນໄດ້ມາຈາກງົວນົມ ທີ່ລ້ຽງ ຕາມວິທີປອດສານພິດ 100% ເທິງທົ່ງຫຍ້າສີຂຽວຢູ່ແຂວງ ຮວ່າ ບິ່ງ. ໂດຍບໍ່ມີ ອາຫານດັດແປງພັນທຸກໍາ, ຮໍໂມນ ການຂະຫຍາຍ ຕົວ ຫຼື ຢາຕ້ານເຊື້ອ, ງົວໄດ້ລ້ຽງ ແບບໃກ້ຊິດກັບ ທໍາມະຊາດ, ອາ ກາດສົດໃສ ແລະ ນ້ໍາສະອາດ. ຍ້ອນ​ແນວ​ນັ້ນ, ນໍ້ານົມ ​ອິນຊີ ​ມຸກ​ດົ່ງ ​ໃຫ້ແຫຼ່ງໂພຊະນາການ ​​ທີ່​ບໍລິສຸດ, ຮັບປະກັນ​ຄວາມ​ປອດ​ໄພ​ຕໍ່​ສຸຂະພາບ​ ຂອງ​ ຜູ້​ບໍລິ​ໂພ​ກ.

 

ປີ 2024, ບໍລິສັດຫຸ້ນສ່ວນ ນໍ້ານົມ ມຸກດົ່ງ ມີ 2 ຟາມຄື: ມຸກດົ່ງ 1 ແລະ ມຸກດົ່ງ 2 ຢູ່ເມືອງ ລາກຖຸຍ, ແຂວງ ຮວ່າບິ່ງ.

ສຳລັບ ມຸກດົ່ງ, ການລ້ຽງ ງົວນົມ ບໍ່ພຽງແຕ່ເປັນການຜະລິດ ນ້ຳ ນົມ ເທົ່ານັ້ນ, ແຕ່ຍັງແມ່ນເລື່ອງລາວ ກ່ຽວກັບການເອົາໃຈໃສ່ ແລະ ລອບຄອບຖີ່ຖວນ ໃນທຸກໆ ຂັ້ນຕອນ ຂອງການລ້ຽງງົວນົມ. ງົວນົມແຕ່ລະໂຕ ຢູ່ທີ່ນີ້ ໄດ້ຮັບການລ້ຽງດູ ແລະ ເບິ່ງແຍງຄືກັບ ສະມາຊິກໃນຄອບຄົວ, ບໍ່ພຽງແຕ່ໄດ້ ຕອບສະໜອງດ້ານໂພຊະ ນາການ ຫຼາຍກວ່າ 90% ຂອງອາຫານ ອິນຊີ ຈາກຟາມເທົ່ານັ້ນ, ແຕ່ຍັງໄດ້ຮັບປະກັນພື້ນທີ່ດຳລົງຊີວິດທີ່ສົດຊື່ນ ແລະ ມີຄວາມ ເສລີພາບໃນການເຄື່ອນໄຫວອີກດ້ວຍ.

ສຸ​ຂະ​ພາບ ​ຂອງ ​ງົວ ​ແມ່ນ​ໄດ້​ຮັບ​ການ​ບູລິມະສິດ ອັນດັບໜຶ່ງ​. ນອກຈາກການນຳໃຊ້ຢາສະໝຸນໄພພື້ນເມືອງເຊັ່ນ: ໂບ່ກົງແອ໋ງ (dandelion), ດິງລັງ (polyscias fruticose), ໂຂເຊີມ (Croton tonkinensis Gagnep)... ເພື່ອປ້ອງກັນ ແລະ ປິ່ນປົວພະຍາດ, ມຸກດົ່ງ ຍັງນຳໃຊ້ວິທີແຍກອອກຫ່າງ ແລະ ຫັນປ່ຽນຢ່າງເຂັ້ມງວດ ຕໍ່ກໍລະນີທີ່ຕ້ອງໃຊ້ຢາຕ້ານເຊື້ອ. ພິເສດ, “ງົວນົມ” ຈະໄດ້ພັກຜ່ອນ ຢ່າງ ສົມບູນ ໃນໄລຍະຖືພາ ເພື່ອຮັບປະກັນສຸຂະພາບໃຫ້ດີທີ່ສຸດ.

 

ມຸກດົ່ງ ໄດ້ກ້າວເດີນຕໍ່ໄປ ບົນເສັ້ນທາງ ນຳມາໃຫ້ແກ່ລູກຄ້າ ບັນ ດາຜະລິດຕະພັນ ນໍ້ານົມສົດ ທີ່ບໍລິສຸດ ແລະ ປອດໄພທີ່ສຸດ ດ້ວຍ “ມາດຕະຖານອິນຊີ ຂອງກະຊວງກະສິກຳ ຍີ່ປຸ່ນ -JAS Organic.

ບໍ່​ພຽງ​ແຕ່​ຢຸດຢູ່​ໃນການລ້ຽງ​ງົວ​ ເທົ່າ​ນັ້ນ, ມຸກດົ່ງ ​ຍັງ​ສ້າງ​ຂະ​ບວນ ການ​ຜະລິດ​ແບບວົງ​ປິດ​, ​ແຈ້ງຊັດ ແລະ ປະຕິບັດ​ຕາມ​ມາດຕະ ຖານກະສິກຳ​ ອິນຊີ ​ຢ່າງ​ເຂັ້ມ​ງວດ, ນຳ​ມາ​ເຊິ່ງຄວາມ​ໝັ້ນ​ໃຈ​ໃຫ້ ກັບຜູ້​ບໍລິ​ໂພ​ກ.

ດ້ວຍ​ຄວາມ​ປາດ​ຖະ​ໜາ​ ຢາກ​ນຳມາໃຫ້ແກ່​ຜູ້​ບໍລິໂພກ ບັນດາ​ຜະ​ລິດ​ຕະ​ພັນ ນໍ້ານົມ​ ທີ່​ມີ​ຄຸນ​ນະ​ພາບ​ດີ​ທີ່​ສຸດ, ມຸກດົ່ງ ສືບ​ຕໍ່​ຄົ້ນ​ຄວ້າ ແລະ ພັດ​ທະ​ນາ​ບັນ​ດາ​ປະເພດຜະ​ລິດ​ຕະ​ພັນ​ທີ່​ຫຼາກ​ຫຼາຍ​ຄື: ນ້ຳ​ນົມ​ສົດ, ນົມ​ສົ້ມ ແລະ ບັນດາຜະ​ລິດ​ຕະ​ພັນ​ສຳຮອງ ຈາກ​ນໍ້ານົມ. ປະເພດຜະລິດຕະພັນນົມສົ້ມ ຂອງ ມຸກດົ່ງ ໄດ້ຮັບການຜະລິດ ຈາກ ນໍ້ານົມສົດ ບໍລິສຸດ, ຂຶ້ນເຊື້ອແບບທຳມະຊາດ ແລະ ບໍ່ໃຊ້ ສານກັນບູດ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານ, ມີ ລົດຊາດທີ່ຫວານເຢັນ, ເປັນທຳມະຊາດ, ພ້ອມດ້ວຍແຫຼ່ງ ແບັກທີ ເຣຍ ທ່ີອຸດົມສົມບູນ, ຊ່ວຍໃຫ້ລະບົບຍ່ອຍອາຫານແຂງແຮງ ແລະ ເພີ່ມຄວາມຕ້ານທານ.

 

ຜະລິດຕະພັນດີເດັ່ນຈຳນວນໜຶ່ງ ຂອງ ນໍ້ານົມ ມຸກດົ່ງ.

ມຸກດົ່ງ ​ໃຫ້​ຄຳ​ໝັ້ນ​ສັນຍາ “5 ບໍ່”, ​ນັ້ນແມ່ນ ​ກຳຈັດ​ອາຫານ​ອຸດ ສາ ຫະກຳ ​ແລະ ປ່ຽນ​ແທນ​ດ້ວຍ​ອາຫານ​ທຳ​ມະ​ຊາດ, ປອດ​ສານພິດ; ຫ້າມໃຊ້ອາຫານທີ່ດັດແປງພັນທຸກໍາ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ສຸ ຂະພາບ ແລະ ສິ່ງແວດລ້ອມ; ຫ້າມໃຊ້ຢາກະຕຸ້ນ ນໍ້ານົມ ເພື່ອຮັບ ປະກັນຄຸນນະພາບນໍ້ານົມ ທີ່ປອດໄພ; ເອົາສານກັນບູດອອກ ຢ່າງ ສົມບູນ ເພື່ອຮັກສາລົດຊາດທໍາມະຊາດ ຂອງ ຜະລິດຕະພັນ; ຜະ ລິດຕະພັນ ບໍ່ມີສານຕົກຄ້າງ ຂອງຢາຕ້ານເຊື້ອ.

ຈາກມາດຖານ “5 ບໍ່ນີ້, ມຸກດົ່ງ ໄດ້ກ້າວເດີນຕໍ່ໄປ ບົນເສັ້ນທາງ ນຳມາໃຫ້ແກ່ລູກຄ້າ ບັນດາຜະລິດຕະພັນ ນໍ້ານົມສົດ ທີ່ບໍລິສຸດ ແລະ ປອດໄພທີ່ສຸດ ດ້ວຍ “ມາດຕະຖານ ອິນຊີ ຂອງກະຊວງ ກະສິກຳ ຍີ່ປຸ່ນ - JAS Organic”, ໜຶ່ງໃນບັນດາຮັບຮອງ ອິນຊີ ທີ່ມີອິດທິພົນ ແລະ ເຂັ້ມງວດທີ່ສຸດໃນໂລກ.

 


ສຳລັບ ມຸກດົ່ງ, ການຜະລິດ ອິນຊີ ບໍ່ພຽງແຕ່ແມ່ນຄຳໝັ້ນສັນຍາ ກ່ຽວກັບຄຸນນະພາບຜະລິດຕະພັນເທົ່ານັ້ນ, ແຕ່ຍັງແມ່ນຄວາມ ຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມອີກດ້ວຍ. ທ່ານນາງ ຖິ້ງ ໃຫ້ຮູ້ວ່າ: “ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ ການ​ເລືອກ​ເຟັ້ນບັນດາ​ຜະ ລິດ​ຕະພັນ​ ອິນຊີ ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ສຸຂະພາບ​ເທົ່າ​ນັ້ນ, ແຕ່​ຍັງ​ປະ ກອບສ່ວນ​ປົກ​ປັກ​ຮັກສາ ​ດາວ​ຂຽວ, ສ້າງ​ວິຖີການດໍາລົງຊີວິດ​ໃຫ້​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີ​ຄວາມ​ໝາຍ”.

ບົດ: ຖ່າວວີ/VNP - ພາບ: ມຸກດົ່ງ Organic - ແປໂດຍ: ຢືຟຽນ

 


top