ຂ່າວສານ

ເລີ່ມ​ເຄື່ອນ​ໄຫວ​ວິ​ວັດ​ການ​ນຳ​ເຝີ ຫວຽດ ແຜ່​ກະ​ຈາຍ​ຢູ່ ເອີ​ຣົບ

“ວິ​ວັດ​ການ​ແຜ່​ກະ​ຈາຍ​ວັດ​ທະ​ນະ​ທຳ​ ເຝີ ຫວຽດ​ ຢູ່ ເອີ​ຣົບ ປີ 2026” (Pho Cultural Roadshow Europe 2026) ຈະ​ດຳ​ເນີນ​ໃນ​ທ້າຍ​ເດືອນ​ມິ​ຖຸ​ນາ ຮອດ​ກາງ​ເດືອນ ກໍ​ລະ​ກົດ 2026, ໂດຍ​​ໄປ​ຜ່ານ 7 ສະ​ຖານ​ທີ່: ໂປ​ໂລຍ, ສະ​ໂລ​ວາ​ກີ, ໂອ​ຕາ​ລິດ, ຮຸງ​ກາ​ຣີ, ສ. ເຊັກ​ໂກ ແລະ ເຢຍ​ລະ​ມັນ.
  ການ​ພົບ​ປະ​ສື່​ມວນ​ຊົນ ແລະ ຖະ​ແຫຼງ​ຂໍ້​ມູນ​ກ່ຽວ​ກັບ​ໂຄງ​ການ "Phở Cultural Roadshow Europe 2026" (ພາບ: baovanhoa.vn)  

ນີ້​ແມ່ນ​ຂໍ້​ມູນ​ທີ່​ໄດ້​ຍົກ​ອອກ​ມາ​ຢູ່​ພິ​ທີ​ປະ​ກ​າດ ແລະ ເລີ່ມ​ເຄື່ອນ​ໄຫວ​ເຫດ​ການ​ໂດຍ ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ກ່ຽວ​ກັ​ບ​ຄົນ ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ ສົມ​ທົບ​ກັບ​ສະ​ມາ​ຄົມ We Love Phở (ພວກ​ເຮົາ​ຮັກ​ເຝີ), ສະ​ຫະ​ສະ​ມາ​ຄົມ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນແຂວງ ນິງ​ບິ່ງ ແລະ ສະ​ມາ​ຄົມ​ພໍ່​ຄົວ​ພະ​ລາດ​ຊະ​ວັງ ຫວຽດ​ນາມ ໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 15 ພຶດ​ສະ​ພາ ຢູ່​ຮ່າ​ໂນ້ຍ.

ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ “ວິ​ວັດ​ການ​ແຜ່​ຈະ​ຈາຍ​ວັດ​ທະ​ນະ​ທຳ ເຝີ ຫວຽດ ຢູ່ ເອ​ີ​ຣົບ ປີ 2026” ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ອາ​ຫານ​ການ​ກິນເທົ່າ​ນັ້ນ, ຫາກ​ຍັງ​ມຸ່ງ​ໄປ​ເຖິງ​ການ​ແຜ່​ກະ​ຈາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ຫວຽດ​ນາມ ອອກ​ສູ່​ໂລກ. ນັກ​ສິ​ລະ​ປະ​ກອນ ນາງ​ ເລ​ທິ​ທຽດ, ຮອງ​ປ​ະ​ທານ​ສະ​ຫະ​ສະ​ມາ​ຄົມ​ວັດ​ທະ​ນະ​ທຳ ອາ​ຫານ​ການ​ກິນ ຫວຽດ​ນາມ, ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ອາ​ຫານ​ການ​ກິນແຂວງ ນິງ​ບິ່ງ, ໃຫ້​ຮູ້​ວ່າ:

“ຄະ​ນະ​ນັກ​ສິ​ລະ​ປະ​ກອນ ແລະ ພໍ່​ຄົວ​ແມ່​ຄົວ​ພວກ​ຂ້າ​ພະ​ເຈົ້າ ພວມ​ຖື​ພາ​ລະ​ກຳ​ສົ່ງ​ສານ​ກ່ຽວ​ກັບ​ຄວາມຍອດ​ຍິ່ງ​ຂອງ​ອາ​ຫານ​ການ​ກິນ​ມໍ​ລະ​ດົກ. ພິ​ເສດ​ໃນ​ສະ​ພາບ​ທີ່ ເຝີ ພວມ​ໄດ້​ປະ​ກອບ​ເອ​ກະ​ສານ ຍື່ນ​ສະ​ເໜີ​ຕໍ່ UNESCO ຮັບ​ຮອງ​ເອົາ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ, ເຝີ​ແຕ່​ລະ​ຖ້ວຍ​ຮັບ​ໃຊ້​ຢູ່ ເອີ​ຣົບ ໃນ​ໄລ​ຍະ​ຈະ​ມ​າ​ເຖິງ​ຈະ​ແມ່ນ​ພະ​ຍານ​ທີ່​ມີ​ຊີ​ວິດ​ຊີ​ວາ, ຄຸນ​ຄ່າ​ປະ​ຫວັດ​ສາດ ແລະ ກຳ​ລັງ​ຊີ​ວິດອັນ​ໝັ້​ນ​ໜຽວ​ຂອງ​ອາ​ຫານ​ການ​ກິນ ຫວຽດ. ຜ່ານ​ວິ​ວັດ​ການ​ດັ່ງ​ກ່າວ, ພວກ​ຂ້າ​ພະ​ເຈົ້າ ຕັ້ງ​ຄວາມ​ຫວັງ​ວ່າ ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ ຈະ​ກາ​ຍ​ເປັນ​ຂົວ​ຕໍ່​ອັນ​ໝັ້ນ​ແກ່ນ, ໜູນ​ຊ່ວຍ​ວຽກ​ງານ​ສົ່ງ​ເສີ​ມ​ການ​ທ່ອງ​ທ່ຽວ ແລະ ການ​ໂຄ​ສະ​ນາ​ພາບ​ພົດ​ຂອງ​ຊາດ​ໄດ້​ເປັນ​ຢ່າງ​ດີ​ທີ່​ສຸດ”.


top