ຂ່າວສານ

ເລີ່ມ​ລົງ​ມ​ື​ກໍ່​ສ້າງ, ກໍ່​ສ້າງ​ສຳ​ເລັດ​ກວ່າ 100 ໂຄງ​ການ​ຂ່ຳ​ນັບ​ຮັບ​ຕ້ອນວັນ​ນະ​ຄອນ ໂຮ່​ຈີ​ມິນ ຄົບ​ຮອບ 50 ປີ

ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງວັນ​ນະ​ຄອນ ໄຊ​ງ່ອນ - ຢາ​ດິ້ງ ໃສ່​ຊື່​ປະ​ທານ ໂຮ່​ຈີ​ມິນ ຄົບ​ຮອບ 50 ປີ (2/7/1976 - 2/7/2026), ນະ​ຄອນ ໂຮ່​ຈີ​ມິນ ສຸມ​ໃສ່ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄ​ງ​ລ່າງ​ເຕັກ​ນິກ ແລະ ສັງ​ຄົມ, ຄາດ​ວ່າ​ເລີ່ມ​ລົງ​ມື​ກໍ່​ສ້າງ, ກໍ່​ສ້າງ​ສຳ​ເລັດກວ່າ 100 ໂຄງ​ການ.
  ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ​ໂຄງ​ການ​ສະ​ໜາມຫຼວງ​ ແລະ ສູນ​ບໍ​ລິ​ຫານ​ນະ​ຄອນ ໂຮ່​ຈີ​ມິນ  

ໃນ​ນັ້ນ ມີຫຼາຍ​ກິ​ດ​ຈະ​ກຳ​ຈຸດ​ສຸມ, ເຊັ່ນ: ເສັ້ນ​ທາງ​ລົດ​ໄຟ ຖູ​ທຽມ - ລອງ​ແທັ່ງ; ເສັ້ນ​ທາງ​ດ່ວນ ໂຮ່​ຈ່າມ - ສະ​ໜາມ​ບິນ​ສາ​ກົນ ລອງ​ແທ່ງ; ເປີດກວ້າງ​ເສັ້ນ​ທາງ ຫງວຽນ​ເຕິດ​ແທ່ງ; ກຸ່ມ​ທ່າ​ກ່ຳ​ປັ່ນ​ທະ​ເລ ກາຍ​ແມບ​ຮະ; ໂຄງ​ການ​ຂົວ​ຂ້າມ​ທະ​ເລ ເກີິ່ນ​ເຢີ່ - ຫວູງ​ເຕົ່າ.

ພ້ອ​ມ​ດຽວ​ກັນ​ນັ້ນ, ຕາມ​ແຜນ​ການ​ຈັດ​ຕັ້ງບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັ​ນ​ເກີດ​ປ​ະ​ທານ ໂຮ່​ຈີ​ມິນ​ ຄົບ​ຮອບ 136 ປີ (ວັນ​ທີ 19/5/1890 - 19/5/2026) ແລະ ວັນ​ປະ​ທານ ໂຮ່​ຈີ​ມິນ ເດີນ​ທາງ​ໄປ​ຊອກ​ຫາ​ເສັ່ນ​ທາງ​ກູ້​ຊາດ ຄົບ​ຮອບ 115 ປີ (5/6/1911 - 5/6/2026), ມີ​ນັບ​ສິບ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງ, ຢ້ຽມ​ຢາມ​ບັນ​ດາ​ສ​ະ​ຖານ​ທີ່​ປະ​ຫວັດ​ສາດ, ເຊີດ​ຊູ​ບັນ​ດາ​ຕົວ​ແບບ​ດີ​ເດັ່ນ, ປຸກ​ລະ​ດົມ​ການ​ປູກ​ຕົ້ນ​ໄມ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸ​ນຕໍ່​ປະ​ທານ ໂຮ່​ຈີ​ມິນ, ງານ​ວາງ​ສະ​ແດງ, ງານ​ບຸນ​ປຶ້ມ, ການ​ສະ​ແດງ​ສິ​ລະ​ປະ, ກິ​ລາ… ຈະ​ຈັດ​ຂຶ້ນ​ໃນ​ບໍ​ລິ​ເວນ​ນະ​ຄອນ ໂຮ່​ຈີ​ມິນ ແລະ ແຂວງ ເງະ​ອານ, ບ້ານ​ເກີດ​ເມືອງນອນ​ຂອງ​ເພ​ິ່ນ.


top