ຂ່າວສານ

ເລີ່ມ​ລົງ​ມື​ກໍ່​ສ້າງ, ເປີດ​ນຳ​ໃຊ້ 234 ໂຄງ​ການ​ໃຫຍ່​ທີ່​ມີ​ມູນ​ຄ່າ 136 ຕື້ USD ພ້ອມ​ກັນ

ຕອນເຊົ້າວັນທີ 19 ທັນວາ, ມີ 234 ກິດຈະກຳ, ໂຄງການໃນບໍລິເວນ 34 ແຂວງ, ນະຄອນ ໄດ້ຮັບການລົງມືກໍ່ສ້າງ, ເປີດນຳໃຊ້ ແລະ ນໍາເຂົ້າໃຊ້ງານພ້ອມກັນ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊຸດທີ XIV ຂອງພັກກອມມູນິດ ຫວຽດນາມ. ດ້ວຍລວມມູນຄ່າລົງທຶນທັງໝົດ 136 ຕື້ USD.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນໃນພິທີ

ເມື່ອກ່າວຄຳເຫັນໃນພິທີເລີ່ມລົງມືກໍ່ສ້າງເຂດຕົວເມືອງກິລາ Olympic, ຢູ່ຕາແສງ ເທື້ອງຝຸກ, ຮ່າໂນ້ຍ, ທ່ານ  ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:

“ນີ້ແມ່ນບັນດາກິດຈະກຳ, ໂຄງການທີ່ມີຂອບຂະໜາດໃຫຍ່, ສວມບົດບາດສຳຄັນເປັນພິເສດໃນການພັດທະນາເສດຖະກິດສັງຄົມ ດ້ວຍບັນດາຈຸດດີທີ່ສຸດ. ບັນດາກິດຈະກຳ, ໂຄງການທີ່ໄດ້ເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ໃນໄລຍະຜ່ານມາ ແລະ ໃນມື້ນີ້ ໄດ້ສະແດງໃຫ້ເຫັນຈິນຕະນາການວິໄສທັດ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງປະຊາຊົນ ແລະ ຊາດ ຫວຽດນາມ. ນີ້ແມ່ນປະຖົມປັດໄຈເພື່ອມີລະບົບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດໃນສັງກາດໃໝ່”.

  ບັນຍາກາດຂອງພິທີເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ບັນດາໂຄງການ, ກິດຈະກຳ  

ໃນປີ 2026 ແລະ ໄລຍະຈະມາເຖິງ, ເພື່ອປະຕິບັດສຳເລັດ 2 ເປົ້າໝາຍຍຸດທະສາດ 100 ປີ, ພັກ, ລັດ ຫວຽດນາມ ໄດ້ກຳນົດເປົ້າໝາຍສູ້ຊົນບັນລຸລະດັບເຕີບໂຕ 2 ຕົວເລກ, ໃນນັ້ນ ການພັດທະນາພື້ນຖານໂຄງລ່າງເສດຖະກິດ, ສັງຄົມ ສືບຕໍ່ໄດ້ຮັບການກຳນົດຢ່າງຈະແຈ້ງວ່າ ແມ່ນໜຶ່ງໃນສາມບຸກທະລຸຍຸດທະສາດ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ມອບຫຼຽນໄຊແຮງງານຊັ້ນສາມໃຫ້ແກ່ 6 ໝູ່ຄະນະ. 16 ໝູ່ຄະນະອື່ນໄດ້ຮັບໃບຍ້ອງຍໍຈາກນາຍົກລັດຖະມົນຕີ./.


top