ກົມການເມືອງ ໄດ້ເຫັນດີເປັນເອກະພາບ ແລະ ສຸມໃສ່ຊີ້ນຳນຳພາແຜນນະໂຍບາຍລົງທຶນກໍ່ສ້າງບັນດາໂຮງຮຽນກິນນອນລະຫວ່າງຂັ້ນປະຖົມ ແລະ ມັດຖະຍົມຕອນຕົ້ນຢູ່ 248 ຕາແສງຢູ່ເຂດຊາຍແດນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ
ຕອນເຊົ້າວັນທີ 9 ພະຈິກ, ໄດ້ດຳເນີນພິທີເລີ່ມລົງມືກໍ່ສ້າງ 72 ໂຮງຮຽນກິນນອນປະຖົມ ແລະ ມັດຖະຍົມຕອນຕົ້ນຢູ່ບັນດາຕາແສງເຂດຊາຍແດນດິນຕໍ່ແຜ່ນ. ນີ້ແມ່ນເຫດການທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ມະນຸດສະທຳຢ່າງເລິກເຊິ່ງ, ສະແດງໃຫ້ເຫັນຈິດໃຈ ທົ່ວປະເທດມຸ່ງໄປເຖິງເຂດຊາຍແດນ, ເພື່ອອະນາຄົດຂອງລູກຫຼານພໍ່ແມ່ປະຊາຊົນບັນດາເຜົ່າ”. ພິທີໄດ້ຖ່າຍທອດສົດ ເຊື່ອມຕໍ່ກັບ 13 ສະຖານທີ່. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງຢູ່ ໂຮງຮຽນກິນນອນປະຖົມ ແລະ ມັດຖະຍົມຕອນຕົ້ນ ຕາແສງ ອຽນເຄື່ອງ, ແຂວງ ແທງຮ້ວາ. ໂດຍເນັ້ນໜັ້ກວ່າ ພັກ, ລັດ ຫວຽດນາມ ຍາມໃດກໍ່ຖືການສຶກສາ ແລະ ບຳລຸງສ້າງ ແມ່ນລັດຖະນະໂຍບາຍແຖວໜ້າ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ກົມການເມືອງ ໄດ້ເຫັນດີເປັນເອກະພາບ ແລະ ສຸມໃສ່ຊີ້ນຳນຳພາແຜນນະໂຍບາຍລົງທຶນກໍ່ສ້າງບັນດາໂຮງຮຽນກິນນອນລະຫວ່າງຂັ້ນປະຖົມ ແລະ ມັດຖະຍົມຕອນຕົ້ນຢູ່ 248 ຕາແສງຢູ່ເຂດຊາຍແດນ. ນີ້ແມ່ນແຜນນະໂຍບາຍໃຫຍ່, ມີຄວາມໝາຍຍຸດທະສາດ ບໍ່ພຽງແຕ່ແນໃສ່ສ້າງໂຮງຮຽນທີ່ໃຫຍ່ໂຕສວຍງາມ, ທັນສະໄໝ ເທົ່ານັ້ນ ຫາກຍັງມຸ່ງໄປເຖິງເປົ້າໝາຍອັນສູງສົ່ງກ່ວານັ້ນແມ່ນ ສ້າງສະຖາທີ່ພູມປັນຍາ ຢູ່ເຂດຊາຍແດນຂອງປະເທດຊາດ ເພື່ອໃຫ້ປະລາຊົນແຕ່ລະຄົນເຂດຊາຍແດນລ້ວນແຕ່ໄດ້ຮ່ຳຮຽນ, ໄດ້ສຳຜັດກັບບັນດາການບໍລິການສັງຄົມໂດຍພື້ນຖານ ແລະ ສ້າງທຸກເງື່ອນໄຂສະດວກເພື່ອຊຸກຍູ້ການພັດທະນາຢ່າງຮອບດ້ານອີກດ້ວຍ.