ຂ່າວສານ

ເລີ່ມ​ລົງ​ມື​ກໍ່​ສ້າງ​ບັ​ນ​ດາ ​ໂຮງ​ຮຽນ​​ສາ​ມັນກິນ​ນອນ ຢູ່ 17 ແຂວງ, ນະ​ຄອນ

ໂຄງການໄດ້ຜັນຂະຫຍາຍຢູ່ 121 ໂຮງຮຽນສາມັນກິນນອນ ຂຶ້ນກັບບັນດາຕາແສງເຂດຊາຍແດນດິນຕໍ່ແຜ່ນຂອງ 17 ແຂວງ, ນະຄອນລວມມີ: ກາວບັ່ງ, ລ້າງເຊີນ, ຕວຽນກວາງ, ລາວກາຍ, ລາຍເຈົາ, ດຽນບຽນ, ແທັງຮວາ, ເງະອານ, ຮ່າຕິງ, ກວ໋າງຈິ, ເຫ້ວ, ກວ໋າງຫງາຍ, ດັກລັກ, ເລິມດົ່ງ, ໄຕນິງ, ດົ່ງທາບ ແລະ ອານຢາງ.
   ວັນທີ 19 ມີນາ ເລີ່ມລົງມືກໍ່ສ້າງບັນດາ ໂຮງຮຽນສາມັນກິນນອນ ຢູ່ 17 ແຂວງ, ນະຄອນ (ພາບ: VGP)  
ວັນທີ 19 ມີນາ, ກະຊວງສຶກສາ ບຳລຸງສ້າງ ຫວຽດນາມໄດ້ປະສານສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ແລະ 17 ແຂວງ, ນະຄອນຈັດຂຶ້ນພິທີເລີ່ມລົງມືກໍ່ສ້າງ ບັນດາໂຮງ ຮຽນສາມັນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຢູ່ບັນດາຕາແສງເຂດຊາຍແດນດິນຕໍ່ແຜ່ນໃນປີ 2026. ໂຄງການໄດ້ຜັນຂະຫຍາຍຢູ່ 121 ໂຮງຮຽນສາມັນກິນນອນ ຂຶ້ນກັບບັນດາຕາແສງເຂດຊາຍແດນດິນຕໍ່ແຜ່ນຂອງ 17 ແຂວງ, ນະຄອນລວມມີ: ກາວບັ່ງ, ລ້າງເຊີນ, ຕວຽນກວາງ, ລາວກາຍ, ລາຍເຈົາ, ດຽນບຽນ, ແທັງຮວາ, ເງະອານ, ຮ່າຕິງ, ກວ໋າງຈິ, ເຫ້ວ, ກວ໋າງຫງາຍ, ດັກລັກ, ເລິມດົ່ງ, ໄຕນິງ, ດົ່ງທາບ ແລະ ອານຢາງ. ນີ້ແມ່ນເຫດການທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ວັດທະນະທຳມະນຸດຢ່າງເລິກເຊິ່ງ, ສະແດງໃຫ້ເຫັນການເບິ່ງແຍງດູແລນັກຮຽນເຂດຊາຍແດນ, ເພື່ອແນໃສ່ຮັບປະກັນຄວາມສະເໝີພາບໃນການເຂົ້າເຖິງການສຶກສາ, ຮັດແຄບໄລຍະຫ່າງລະຫວ່າງເຂດ ແລະ ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

top