ພິທີເລີ່ມລົງມືກໍ່ສ້າງອານຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ ຈັດຂຶ້ນໃນວັນທີ 2 ມີນາ (ພາບ: TTXVN)
ກ່າວຄຳປາໄສທີ່ຢູ່ພິທີ, ທ່ານ Nhem Valy ຮອງປະທານທັງເປັນເລຂາທິການໃຫຍ່ສະພາແຫ່ງຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ຊີ້ແຈ້ງວ່າ: “ພາຍຫຼັງວັນທີ 07 ມັງກອນ ປີ 1979, ປະເທດ ກຳປູເຈຍ ໄດ້ຮັບການປົດປ່ອຍ, ບັນດາແຂວງນະຄອນໃນທົ່ວປະເທດ ກຳປູເຈຍ ລ້ວນແຕ່ດຳເນີນການກໍ່ສ້າງອານຸສາວະລີມິດຕະພາບ ກຳປູເຈຍ-ຫວຽດນາມ, ໃນນັ້ນ ມີແຂວງ Kampong Speu. ປະເທດ ກຳປູເຈຍ ໄດ້ຮັບການປົດປ່ອຍ, ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ປອນປົດ ແມ່ນຍ້ອນມີ ທະຫານອາສາສະໝັກ ຫວຽດນາມ.