
ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຮ່ວາງບິ່ງກວນ
ຕ້ອນຮັບທ່ານເລຂາທິການໃຫຍ່ ICAPP, Park Ro byung
(ພາບ: TTXVN)
ທີ່ການຕ້ອນຮັບ, ທ່ານ ຮ່ວາງບິ່ງກວນ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນບົດບາດຂອງບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນມີບັນດາເວທີປາໄສຫຼາຍຝ່າຍພັກການເມືອງຄື ICAPP. ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວາງບິ່ງກວນ ເນັ້ນໜັກວ່າ, ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ICAPP ບົນຈິດໃຈມີຄວາມຮັບຜິດຊອບ, ປະກອບສ່ວນສ້າງ ICAPP ໃຫ້ກາຍເປັນອົງການຈັດຕັ້ງພັກການເມືອງຫຼາຍຝ່າຍຢ່າງໝັ້ນຄົງ, ເຂັ້ມແຂງ.
ສ່ວນທ່ານເລຂາທິການໃຫຍ່ ICAPP, Park Ro byung ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕໍ່ເນື່ອງ, ແທດຈິງ, ມີປະສິດທິຜົນຂອງພັກກອມມູນິດຫວຽດນາມ ໃນບັນດາການເຄື່ອນໄຫວຂອງ ICAPP ເວົ້າລວມ ແລະ ຄະນະປະຈຳ ICAPP ເວົ້າສະເພາະໃນຊຸມປີຜ່ານມາ. ທ່ານ Park Ro byung ປາດຖະໜາວ່າ, ພັກກອມມູນິດຫວຽດນາມ ຈະສືບຕໍ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ວິວັດການພັດທະນາຂອງ ICAPP ໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)