ຂ່າວສານ

ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ກົດ​ດີ​ວົວ

ໃນການຕ້ອນຮັບ, ​ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຖືວ່າ ຫວຽດນາມ ແລະ ​ກົດ​ດີ​ວົວ ຕ້ອງເພີ່ມທະວີ ການຮ່ວມມື, ຍູ້ແຮງ ການແລກປ່ຽນຄະນະຜູ້ແທນ, ການພົບປະ ໃນທຸກລະດັບ ແລະ ການແລກປ່ຽນ ບົດຮຽນ ວຽກງານນິຕິບັນຍັດ.
  ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ກົດ​ດີ​ວົວ (ພາບ: VNA)  

ໃນຕອນເຊົ້າວັນ​ທີ 24 ສິງ​ຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງາ​ນູ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ໂຕເລິມ ໄດ້ໃຫ້​ການຕ້ອນຮັບ ທ່ານ Patrick Achi, ປະທານສະພາແຫ່ງຊາດ ແຫ່ງສ. ​ກົດ​ດີ​ວົວພວມ ຢ້ຽມຢາມ ຢູ່ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 23 - 26/08.

ໃນການຕ້ອນຮັບ, ​ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຖືວ່າ ຫວຽດນາມ ແລະ ​ກົດ​ດີ​ວົວ ຕ້ອງເພີ່ມທະວີ ການຮ່ວມມື, ຍູ້ແຮງ ການແລກປ່ຽນຄະນະຜູ້ແທນ, ການພົບປະ ໃນທຸກລະດັບ ແລະ ການແລກປ່ຽນ ບົດຮຽນ ວຽກງານນິຕິບັນຍັດ. ຕາມທ່ານ ເລຂາທິການໃຫຍ່, ປະທານປະເທດແລ້ວ, ສະພາແຫ່ງຊາດ ຂອງສອງປະເທດ ຍັງສາມາດເສີມຂະຫຍາຍ ​ເປັນຢ່າງດີ ບົດບາດ ເປັນຂົວຕໍ່ ໃນການຊຸກຍູ້ ສາຍພົວພັນສອງຝ່າຍ, ສະໜັບສະໜູນການຊຸກຍູ້ ຄວາມຜູກພັນ ລະຫວ່າງ ປະຊາຊົນ ສອງປະເທດ ຜ່ານການຍູ​ແຮງການຮ່ວມມືໃນບັນດາຂົງເຂດ ວັດທະນະທຳ,ສັງຄົມ, ການສຶກສາ-ອົບຮົມ ແລະ ການແລກປ່ຽນ ປະຊາຊົນ.

ສ່ວນທ່ານ Patrick Achi ປະທານສະພາແຫ່ງຊາດ ​ກົດ​ດີ​ວົວ ໄດ້ຕີລາຄາວ່າ ຫວຽດນາມ ແລະ ​ກົດ​ດີ​ວົວ ມີຫຼາຍຈຸດຄ້າຍຄືກັນ ກ່ຽວກັບ ເງື່ອນໄຂ ການພັດທະນາ, ພ້ອມທັງ ມີ​ຄວາມຫວັງຢ່າງຍິ່ງວ່າ ໂກດຕີວົວ ຈະກາຍເປັນ ຈຸດໝາຍປາຍທາງ ເພື່ອໃຫ້ ບັນດາວິສາຫະກິດ ຫວຽດນາມ ມາລົງທຶນ, ຂະຫຍາຍ ຕະຫຼາດ ອອກໄປສູ່ ທົ່ວເຂດ ອາຟຣິກາຕາເວັນຕົກ.


top