ທ່ານນາງ Poldi Sosa Schmidt, ປະທານສະຖາບັນວັດທະນະທຳ ອາກຊັງຕິນ - ຫວຽດນາມ (ICAV) ຕີລາຄາສູງບັນດາຜົນງານໃນການພັດທະນາເສດຖະກິດກໍຄືເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງຂອງ ຫວຽດນາມ.
ທ່ານນາງ Poldi Sosa Schmidt, ປະທານສະຖາບັນວັດທະນະທຳ ອາກຊັງຕິນ - ຫວຽດນາມ (ພາບ: TTXVN)
ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບ ຄົບຮອບ 51 ປີ (ວັນທີ 30 ເມສາ 1974 – 30 ເມສາ 2026), ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ Buenos Aires ຫວ່າງມໍ່ໆມານີ້, ທ່ານນາງ Poldi Sosa Schmidt, ປະທານສະຖາບັນວັດທະນະທຳ ອາກຊັງຕິນ - ຫວຽດນາມ (ICAV) ຕີລາຄາສູງບັນດາຜົນງານໃນການພັດທະນາເສດຖະກິດກໍຄືເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງຂອງ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ບັນດາຂົງເຂດສຶກສາ, ສາທາລະນະສຸກ, ວິທະຍາສາດ - ເຕັກໂນໂລຢີ ແລະ ເສດຖະກິດດີຈີຕອນ ກໍບັນລຸໄດ້ບັນດາຄວາມຄືບໜ້າຢ່າງຈະແຈ້ງ, ປະກອບສ່ວນສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ. ນອກຈາກນັ້ນແລ້ວ, ຫວຽດນາມ ຍັງພົ້ນເດັ່ນຂຶ້ນໃນການດຶງດູດນັກລົງທຶນຕ່າງປະເທດ, ພັດທະນາການສົ່ງອອກ ແລະ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກເລິກເຊິ່ງກວ່າເທື່ອລະກ້າວ.
ເມື່ອຕີລາຄາກ່ຽວກັບບັນດານະໂຍບາຍຊີ້ຂາດຂອງພັກກອມມູນິດ ຫວຽດນາມ ຢູ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ກໍຄື ໃນການເລືອກຕັ້ງສະພາແຫ່ງຊາດຄັ້ງຜ່ານມາ, ທ່ານນາງ ຖືວ່າ, ເລື່ອງບູລະນະກົງຈັກໃຫ້ສົມບູນແບບ, ປ່ຽນແປງໃໝ່ດຖັນແຖວການນຳ ແມ່ນບາດກ້າວເດີນທີ່ຕັ້ງໜ້າ, ຮັບປະກັນລັກສະນະສືບທອດ ແລະ ພັດທະນາ.