ເວທີປາໄສອະນາຄົດ ASEAN 2026

ເພີ່ມ​ພູ​ນ​ຄູນ​ສ້າງ​ໄມ​ຕີ​ຈິດ​ມິດ​ຕະ​ພາບ, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ອະ​ນາ​ຄົດ ອາ​ຊຽນ

ບັນ​ດາ​ການ​ຢ້ຽມ​ຢາມ ບໍ່​ພຽງ​ແຕ່​ສ່ອງ​ແສງ​ໃຫ້​ເຫັນ​ການ​ພັດ​ທະ​ນາ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ ແລະ ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ເດີນ​ຂອງ​ບັນ​ດາ​ປະ​ເທດ​ນີ້​ສຳ​ລັບ​ບັນ​ດາ​ຂໍ້​ລິ​ເລີ່ມ ເຊິ່ງ ຫວຽດ​ນາມ ພວມ​ປະ​ກອບ​ສ່ວນ​ໃຫ້​ແກ່ ອາ​ຊຽນ ອີກ​ດ້ວຍ.

ບັນ​ດາ​ການ​ຢ້ຽມ​ຢາມ ບໍ່​ພຽງ​ແຕ່​ສ່ອງ​ແສງ​ໃຫ້​ເຫັນ​ການ​ພັດ​ທະ​ນາ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ ແລະ ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ເດີນ​ຂອງ​ບັນ​ດາ​ປະ​ເທດ​ນີ້​ສຳ​ລັບ​ບັນ​ດາ​ຂໍ້​ລິ​ເລີ່ມ ເຊິ່ງ ຫວຽດ​ນາມ ພວມ​ປະ​ກອບ​ສ່ວນ​ໃຫ້​ແກ່ ອາ​ຊຽນ ອີກ​ດ້ວຍ.

ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (ພາບ:AFF)

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຈາກ​ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ, ທ່ານ ສອນ​ໄຊ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ, ທ່ານ Hun Manet ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ, ທ່ານ ອະ​ນຸ​ທິນ ຊານ​ວີ​ຣະ​ກູນ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ແລະ ທ່ານ Xanana Gusmão ນາ​ຍົກ​ລັດ​ຖະ​ມົນ​ຕີ Timor – Leste ພວມ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ພ້ອມ​ທັງ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສອະ​ນາ​ຄົດ ອາ​ຊຽນ (AFF) ຄັ້ງ​ທີ 3 ຢູ່ ຮ່າ​ໂນ້ຍ. ບັນ​ດາ​ການ​ຢ້ຽມ​ຢາມ ບໍ່​ພຽງ​ແຕ່​ສ່ອງ​ແສງ​ໃຫ້​ເຫັນ​ການ​ພັດ​ທະ​ນາ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ ແລະ ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ເດີນ​ຂອງ​ບັນ​ດາ​ປະ​ເທດ​ນີ້​ສຳ​ລັບ​ບັນ​ດາ​ຂໍ້​ລິ​ເລີ່ມ ເຊິ່ງ ຫວຽດ​ນາມ ພວມ​ປະ​ກອບ​ສ່ວນ​ໃຫ້​ແກ່ ອາ​ຊຽນ ອີກ​ດ້ວຍ.

ໃນ​ສະ​ພາບ​ການ​ພາກ​ພື້ນ ແລະ ໂລກ ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ເລື່ອງ​ປັບ​ປຸງ​ໄມ​ຕີ​ຈິດ​ມິ​ດ​ຕະ​ພາບ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ ພວມ​ກາຍ​ເປັນ​ຄວາມ​ຕ້ອງ​ການ​ລວມ​ຂອງ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ຈາກ​ພື້ນ​ຖານ​ມິດ​ຕະ​ພາບ ຕະຫຼອດ​ຮອດ​ບັນ​ດາ​ກຳ​ລັງ​ໜູນ​ຮ່ວມ​ມື​ໃໝ່

ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ການ​ນຳ​ຂັ້ນ​ສູງ​ບັນ​ດາ​ປະ​ເທດ ລາວ, ກຳ​ປູ​ເຈຍ, ໄທ ແລະ Timor Leste ແມ່ນ​ມີ​ຄວາມ​ໝາຍ​ສະ​ເພາະ, ​ລ້ວນ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ບົນ​ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ການ​ຮ່ວມ​ມື​ຍາວ​ນານ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

ທ່ານ​ ຫງວຽນ​ມິງ​ເຕ​ິມ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະຈຳ ລາວ (ພາບ: TTXVN)

ສຳ​ລັບ​ລາວ, ນັ້ນ​ແມ່ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ໂດຍ​ກ​ານ​ນຳ​ລຸ້ນ​ຕ່າງໆ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ໄດ້​ອອກ​ເຫື່ອ​ເທ​ແຮງ​ເພີ່ມ​ພູນ​ຄູນ​ສ້າງ. ໃນ​ໄລ​ຍະ​ໃໝ່, ສອງ​ຝ່າຍ​ພວມ​ມາ​ນະ​ພະ​ຍາ​ຍາມ​ຫັນ​ເນື້ອ​ໃນ​ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ນຳ​ການ​ພົວ​ພັນ​ສອງ​ຝ່າຍ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ ແລະ ແທ້​ຈິງ​ກວ່າ​ອີກ. ທ່ານ​ ຫງວຽນ​ມິງ​ເຕ​ິມ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະຈຳ ລາວ ເນັ້ນ​ໜັກ​ວ່າ:

“ການ​ຢ້ຽມ​ຢາມ​ສືບ​ຕໍ່​ຢັ້ງ​ຢືນ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ ເຮັດໃຫ້​ແກ່​ສາຍ​ພົວ​ພັນ ຫວຽດ​ນາມ ນັບ​ມື້​ນັບ​ພັດ​ທະ​ນາ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ທຸກ​ຂົງ​ເຂດ; ພ້ອມ​ທັງ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ​” ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ເປັນ​ລະ​ອຽດ. ໃນ​ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ ພວມ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ການ​ຜັນ​ແປ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ພູ​ມີ​ສາດ​ການ​ເມືອງ, ພູ​ມີ​ສາດ​ດ້ານ​ເສດ​ຖະ​ກິດ ແລະ ເຕັກ​ໂນ​ໂລ​ຢີ​ນັ້ນ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ໄດ້​ສົ່ງ​ສານ​ຢ່າງ​ຈະ​ແຈ້ງວ່າ ຫວຽດ​ນາມ ແລະ ລາວ ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ, ແບ່ງ​ປັນ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ, ໜູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ພ້ອມ​ທັງ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ລວມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.”

ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ ກໍ່​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່ ດ້ວຍຫຼາຍ​ເນື້ອ​ໃນ​ຮ່ວມ​ມື​ທີ່​ແທ້​ຈິງກວ່າ. ທ່ານ So Naro ທູດ​ພິ​ເສດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Manet ຢັ້ງ​ຢືນ​ວ່າ:

“ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້​ແມ່ນ​ຂີດ​ໝາຍ​ປະ​ຫ​ວັດ​ສາດ​ໃໝ່, ສືບ​ຕໍ່​ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ການ​ຮ່ວມ​ມື​ຮອບ​ດ້ານ, ຍືນ​ຍົງ​ຍາວ​ນານ​ລະ​ຫວ່າງ​ສອງ​ປະ​ເທດ. ພິ​ເສດ, ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ ພວມ​ປະ​ກົດ​ມີ​ຫຼາຍ​ບັນ​ຫາ​ທີ່​ພົ້ນ​ເດັ່ນ, ເຊັ່ນ: ການ​ແກ້​ງ​ແຍ້ງ​ພູ​ມີ​ສາດ​ການ​ເມືອງ, ບັນ​ດາ​ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຢູ່ຫຼາຍ​ບ່ອນ, ວິ​ກິດ​ການ​ດ້ານ​ພະ​ລັງ​ງານ… ສາຍ​ພົວ​ພັນລະ​ຫວ່າງ ກຳ​ປູ​ເຈຍ ແລະ ຫວຽດ​ນາມ ຍິ່ງ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ພ້ອມ​ກັນ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ຮົ້ວ​ກີດ​ຂວາງ​ໃນ​ເສັ້ນ​ທາງ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ເພື່ອ​ສັນ​ຕິ​ພາບ, ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ທັງ​ສອງ​ປະ​ເທດ”.

ປີ 2026 ​ສ້າງ​ຂີດ​ໝາຍ​ຄົບ​ຮອບ 50 ປີ ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ໄທ (1976 – 2026). ພາຍຫຼັງ​ການ​ພັດ​ທະ​ນາ​ມາ​ເປັນເຄິ່ງ​ສະ​ຕະ​ວັດ, ສອງ​ປະ​ເທດ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ແຖວ​ໜ້າ​ຂອງ​ກັນ​ໃນ ອາ​ຊຽນ.

ໃນ​ຂະ​ນະ​ນັ້ນ, ການ​ພົວ​ພັນ ຫວຽດ​ນາມ - Timor Leste ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່ ພ້ອມ​ກັບ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ ອາ​ຊຽນ ຂອງ​ປະ​ເທດ​ໜຸ່ມນ້ອຍ​ທີ່​ສຸດ​ໃນ​ອາ​ຊີ​ຕ​​າເວັນ​ອອກ​ສ່ຽງ​ໃຕ້. ​ຕາມ​ທ່ານ ຟ້າມ​ບິ່ງ​ດ່າມ ອຸ​ປະ​ທູດ ຫວຽດ​ນາມ ປະ​ຈຳ Timor Leste ແລ້ວ, ປັດ​ຈຸ​ບັນ ສອງ​ປະ​ເທດ​ມີຫຼາຍ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ຫັນ​ຄວາມ​ໄວ້​ເນື້ອ​ເຊື່​ອ​ໃຈ​ດ້ານ​ການ​ເມືອງກາຍ​ເປັນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ອຽດ​ໃນ​ບັນ​ດາ​ຂົງ​ເຂ​ດ​ກະ​ສິ​ກຳ, ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ​ບຳ​ລຸງ​ສ້າງ ແລະ ຫັນ​ເປັນ​ດີ​ຈີ​ຕອນ.

ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ ເພື່ອ​ອະ​ນາ​ຄົດ ອາ​ຊຽນ

ພ້ອມ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ແລ້ວ, ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ນີ້, ການ​ນຳ​ຂັ້ນ​ສູງ​ບັນ​ດາ​ປະ​ເທດ​ພ້ອມ​ກັນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ ອະ​ນາ​ຄົດ​ ອາ​ຊຽນ ຄັ້ງ​ທີ 3 ຢູ່ ຮ່າ​ໂນ້ຍ. ບໍ່ພຽງ​ແຕ່​ແມ່ນ​ເວ​ທີ​ປາ​ໄສ​ແລກ​ປ່ຽນດ້ານ​ວິ​ຊາ​ການ​ສຶກ​ສາ​ເທົ່າ​ນັ້ນ, AFF ພວມ​ຄ່ອຍໆ​ຢັ້ງ​ຢືນ​ໄດ້​ບົດ​ບາດ​ເປັນ​ເວ​ທີ​ສົນ​ທະ​ນາ​ຍຸດ​ທະ​ສາດ, ບ່ອນ​ທີ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ຄູ່​ຮ່ວມ​ມື​ພ້ອມ​ກັນ​ປຶກ​ສາ​ຫາ​ລື​ກ່​ຽວ​ກັບ​ບັນ​ດາ​ບັນ​ຫາ​ໃຫຍ່​ທີ່​ກ່ຽວ​ຂ້ອງ​ເຖິງ​ອະ​ນາ​ຄົດ​ຂອງ ອາ​ຊຽນ.

ທ່ານ ຟ້າມ​ຫວຽດ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ ປະ​ຈຳ ໄທ (ພາບ: TTXVN)

ການ​ປະ​ກົດ​ຕົວ​ຂອງ​ການ​ນຳ​ບັນ​ດາ​ປະ​ເທດ​ໄດ້​ຊີ້​ໃຫ​້​ເຫັນ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ກັບ​ຂໍ້​ລິ​ເລີ່ມ​ໂດຍ ຫວຽດ​ນາມ ສະ​ເໜີ​ເມື່ອ​ປີ 2023, ພ້ອມ​ທັງ​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ທີ່​ນັບ​ມື້​ນັບ​ຍິ່ງ​ໃຫຍ່​ສຳ​ລັບ​ບົດ​ບາດ​ເຊື່ອມ​ຕໍ່ ແລະ ການ​ປະ​ກອບ​ສ່ວນ​ຂອງ​ ຫວຽດ​ນາມ ໃນ​ບັນ​ດາ​ວິ​ວັດ​ທະ​ນາ​ການ​ຂອງ​ພາກ​ພື້ນ. ທ່ານ ຟ້າມ​ຫວຽດ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ ປະ​ຈຳ ໄທ ຖື​ວ່າ:

“ເລື່ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ໄທ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ AFF ຄັ້ງ​ນີ້​ໂດຍ​ກົງ​ນ​ັ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ເລື່ອງ ໄທ ຖື​ການ​ພົວ​ພັນ​ສອງ​ຝ່າຍ​ກັບ ຫວຽດ​ນາມ ເປັນ​ສຳ​ຄັນ ກໍ​ຄື​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ​ບັນ​ດາ​ປະ​ເທດ, ໃນ​ນັ້ນ ມີ​ ຫວຽດ​ນາມ, ແນ​ໃສ່​ຊຸກ​ຍູ້​ການ​ສົນ​ທະ​ນາ, ຊຸກ​ຍູ້​ບັນ​ດາ​ມາດ​ຕະ​ການ​ລວມ​ໃຫ້​ແກ່ ອາ​ຊຽນ ເພື່ອ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ວາງ​ອອກ​ໃນ​ປັດ​ຈຸ​ບັນ, ກໍ​ຄື​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ນັບ​ມື້​ນັບ​ສາ​ມັກ​ຄີ, ໝັ້ນ​ຄົງ​ເຂັ້ມ​ແຂງ​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ.”

ບ​ັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ໄດ້​ຊີ້​ໃຫ້​ເຫັນ​ການ​ຮັບ​ຮູ້​ຂອງ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ຕໍ່​ບັນ​ດາ​ການ​ປະ​ກອບ​ສ່ວນ​ທີ່​ນັບ​ມື້​ນັບ​ຕັ້ງ​ໜ້າ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ສົນ​ທະ​ນາ, ເພີ່ມ​ທະ​ວີ​ການ​ພາກ​ພື້ນ​ໃນ​ພາກ​ພື້ນ ແລະ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສ້າງ ອາ​ຊຽນ ມີ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຂະ​ຫ​ຍັນ​ຂັນ​ເຄື່ອນ​ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.


top