ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ IPU

ໂດຍ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂ​ດກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ​ລັດ​ຖະ​ສະ​ພາ​ສາ​ກົນ ຄັ້ງ​ທີ 152 (IPU – 152) ຢູ່ Istanbul, ຕວັກ​ກີ, ຕອນ​ເຊົ້າ​ວັນ​ທີ 17 ເມ​ສາ, ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ Martin Chungong ເລ​ຂາ​ທິ​ການ​ໃຫຍ່ລັດ​ຖະ​ສະ​ພາ​ສາ​ກົນ (IPU).
  ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ແລະ ທ່ານເລ​ຂາ​ທິ​ການ​ໃຫ​ຍ່ IPU Martin Chungong. (ພາບ: TTXVN  
ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ກຳ​ນົດ​ທິດ​ທາງ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ IPU ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ສະ​ເໜີ​ໃຫ້ IPU ສືບ​ຕໍ່​ໜູນ​ຊ່ວຍ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ສ້າງ​ກົດ​ໝາຍ ແລະ ຕິດ​ຕາມກວດ​ກາ; ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມ​ບັນ​ດາ​ກົນ​ໄກ, ເວ​ທີ​ປາ​ໄສ​ດ້ານ​ວິ​ຊາ​ການ​ຂອງ IPU ຢ່າງ​ເລິກ​ເຊິ່ງກວ່າ ກໍ​ຄື​ເປັນ​ເຈົ້າ​ພາບ​ຈັດ​ບັນ​ດາ​ເຫດ​ການ​ສາ​ກົນ ແລະ ພາ​ກ​ພື້ນ​ຂອງ IPU ໃນ​ອະ​ນາ​ຄົດ.

ສ່ວນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ IPU Martin Chungong ຕີ​ລາ​ຄາ​ສູງ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຫັນ​ເປັນຫຼາຍ​ຮູບຫຼາຍ​ແບບ ແລະ ຫຼາຍ​ຝ່າຍ​ຂອງ ຫວຽດ​ນາມ. ທ່ານ​ຖື​ວ່າ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ຢ່າງ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບ​ຜິດ​ຊອບ​ດ້ວຍຫຼາຍ​ຂໍ້​ລິ​ເລີ່ມ, ຂີດ​ໝາຍ​ໃນ​ເວ​ທີ​ປາ​ໄສ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຄັ້ງ​ຕ່າງໆ, ໃນ​ນັ້ນ ມີ IPU. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ IPU ປາ​ດ​ຖະ​ໜາ​ວ່າ ຈະ​ສືບ​ຕໍ່​ໄດ້​ຮ່ວມ​ມື​ກັບ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ສະ​ມາ​ຊິກ, ບັນ​ດາ​ຄູ່​ຮ່ວມ​ມື ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໄດ້​ຕ້ອນ​ຮັບ​ທ່ານນາງ​ ສູນ​ທອນ ໄຊ​ຍະ​ຈັກ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ; ພົບ​ປະ​ກັບ​ທ່ານ Vincent Blondel ​ປະ​ທານ​ສະ​ພາ​ສູງ ແບນ​ຊິກ.


top