ໃນຂອບເຂດລາຍການພົບປະມິດຕະພາບລະຫວ່າງ ຊາວກະສິກອນສາມປະເທດຫວຽດນາມ - ລາວ - ກໍາປູເຈຍ, ວັນທີ 2 ທັນວາ, ຢູ່ນະຄອນດ່າລາດ ແຂວງເລິມດົ່ງຂອງຫວຽດນາມ ໄດ້ດໍາເນີນລາຍການພົບປະລະຫວ່າງຫົວໜ້າຄະນະຄະນະຜູ້ແທນລາວ ແລະ ຫົວໜ້າຜູ້ແທນກໍາປູເຈຍ ກັບ ການນໍາພັກ, ລັດ ຫວຽດນາມ ແລະ ການນໍາແຂວງເລິມດົ່ງ.
![](https://imagevietnam.vnanet.vn/Upload/2019/12/3/03122019100407245tangcuongtinhdoanketvietlaocampuchia_fmki.jpg)
ການພົບປະລະຫວ່າງການນໍາພັກ, ລັດຫວຽດນາມ ແລະ ການນໍາແຂວງ ເລິມດົ່ງ ກັບ ບັນດາຜູ້ຕາງໜ້າຄະນະຜູ້ແທນຊາວກະສິກອນສາມປະເທດ (ພາບ: TTXVN)
ກ່າວຄໍາເຫັນໜ້າທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວັກຫ໋ຽນ ຊີ້ແຈ້ງວ່່າ ຫວຽດນາມ ຍາມໃດກໍຢັ້ງຢືນແຜນນະໂຍບາຍອັນສະໝີຕົ້ນສະເໝີປາຍແບບພິເສດ ແມ່ນຖືເປັນສໍາຄັນ ແລະ ໃຫ້ບຸລິມະສິດຢ່າງສູງໃນການພົວພັນກັບ ລາວ ແລະ ກໍາປູເຈຍ. ເລື່ອງຜັດປ່ຽນກັນຈັດຕັ້ງບັນດາການເຄື່ອນໄຫວທີ່ຄ້າຍຄືກັນຢູ່ແຕ່ລະປະເທດ ຄວນໄດ້ຮັບການຮັກສາ ເພື່ອສົ່ງເສີມ ແລະ ຊຸກຍູ້ນໍ້າໃຈອອກແຮງງານ, ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງຂອງຊາວກະສິກອນສາມປະເທດ.
ຄາດວ່າ, ເດືອນທັນວາ 2020 ການພົບປະລະຫວ່າງຊາວກະສິກອນສາມປະເທດ ຈະຖືກຈັດຕັ້ງຢູ່ປະເທດ ລາວ ຫຼື ກໍາປູເຈຍ.
(ແຫຼ່ງຄັດຈາກ VOV)