ຂ່າວສານ

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບພາຍໃຕ້ຊາຍຄາລວມ ອາຊຽນ

“ວັນຄອບຄົວ ອາຊຽນ” ບໍ່ພຽງແຕ່ແມ່ນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອເຊີດຊູຄວາມສາມັກຄີລະຫວ່າງບັນດາປະເທດສະມາຊິກ
“ວັນຄອບຄົວ ອາຊຽນ” (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງ ອາຊຽນ (08 ສິງຫາ 1967 – 08 ສິງຫາ 2025), ວັນທີ 23 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດເຫດການ “ຄອບຄົວ ອາຊຽນ ປີ 2025”.

ລາຍການໂດຍສະຖານທູດ ອິນໂດເນເຊຍ ປະຈຳ ລາວ ສົມທົບກັບກະຊວງການຕ່າງປະເທດ ລາວ ຈັດຂຶ້ນ, ດ້ວຍການເຂົ້າຮ່ວມຂອງພະນັກງານ, ພາລະກອນສະຖານທູດບັນດາປະເທດສະມາຊິກ ອາຊຽນ ປະຈຳ ລາວ, ຜູ້ຕາງໜ້າກະຊວງການຕ່າງປະເທດ ລາວ, ພ້ອມກັບປະຊາຊົນນະຄອນຫຼວງ ວຽງຈັນ.

“ວັນຄອບຄົວ ອາຊຽນ” ບໍ່ພຽງແຕ່ແມ່ນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອເຊີດຊູຄວາມສາມັກຄີລະຫວ່າງບັນດາປະເທດສະມາຊິກ; ພ້ອມກັນນັ້ນ, ກໍ່ແມ່ນໂອກາດເພື່ອໃຫ້ສະຖານທູດບັນດາປະເທດ ອາຊຽນ ປະຈຳ ລາວ ແບ່ງປັນຄວາມປິຕິຊົມຊື່ນ, ວັດທະນະທຳ ແລະ ນ້ຳໃຈມິດຕະພາບ, ສະແດງໃຫ້ເຫັນນ້ຳໃຈສາມັກຄີ ແລະ ພ້ອມກັນສ້າງຄວາມເຂັ້ມແຂງກວ່າອີກ.


top