ຂ່າວສານ ເພີ່ມທະວີການໂຄສະນາທ່ອງທ່ຽວ ຫວຽດນາມ ຢູ່ງານຕະຫລາດນັດທ່ອງທ່ຽວໃຫຍ່ສຸດໂລກ 08/03/2019 ງານຕະຫລາດນັດທ່ອງທ່ຽວສາກົນ ITB Berlin 2019 ແມ່ນໜຶ່ງໃນບັນດາງານບຸນທ່ອງທ່ຽວໃຫຍ່ສຸດໂລກ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດ, ບໍລິສັດທ່ອງທ່ຽວ 10.000 ແຫ່ງທີ່ມາຈາກເກືອບ 190 ປະເທດ ແລະ ເຂດແຄ້ວນໃນໂລກ. ຫວຽດນາມ ມີວິສາຫະກິດທ່ອງທ່ຽວສາກົນ, ເຂດພັກຜ່ອນບຳລຸງສຸຂະພາບ 58 ແຫ່ງ ແລະ ບາງທ້ອງຖິ່ນຄື: ດ່າໜັງ, ເຫວ໊, ກ໋ວາງນາມ… ເຂົ້າຮ່ວມງານຕະຫລາດນັດທ່ອງທ່ຽວຄັ້ງນີ້ ຮ້ານວາງສະແດງຂອງ ຫວຽດນາມ ຢູ່ ITB Berlin 2019 ດ້ວຍບັນດາຜະລິດຕະພັນທ່ອງທ່ຽວທີ່ອຸດົມສົມບຸນ, ຫລາຍຮູບຫລາຍແບບ ໄດ້ສະໜອງໃຫ້ແຂກທ່ອງທ່ຽວ, ເພື່ອນມິດສາກົນບັນດາຜະລິດຕະພັນທ່ອງທ່ຽວດີເດັ່ນທີ່ສຸດຂອງ ຫວຽດນາມ, ດັ່ງນັ້ນ ໄດ້ຮັບຄວາມສົນໃຈຈາກແຂກທ່ອງທ່ຽວມາຢ້ຽມຊົມນັບພັນຄົນ. ນອກຈາກເລື່ອງແນະນຳ, ໂຄສະນາການທ່ອງທ່ຽວ, ບັນດາຮ້ານວາງສະແດງຂອງ ຫວຽດນາມ ກໍ່ເອົາໃຈໃສ່ແນະນຳກ່ຽວກັບວັດທະນະທຳ ແລະ ບັນດາຜົນງານການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ຜ່ານນັ້ນ, ສົ່ງເສີມກາລະໂອກາດຊຸກຍູ້ການພົວພັນເສດຖະກິດ, ການຄ້າ, ການທ່ອງທ່ຽວ; ໂຄສະນາພາບພົດປະເທດຊາດ ແລະ ຊາວ ຫວຽດນາມ. ງານຕະຫລາດນັດທ່ອງທ່ຽວສາກົນ ITB Berlin 2019 ດຳເນີນແຕ່ວັນທີ 6 – 10 ມີນາ. (ແຫຼ່ງຄັດຈາກ VOV)

ງານຕະຫລາດນັດທ່ອງທ່ຽວສາກົນ ITB Berlin 2019 ແມ່ນໜຶ່ງໃນບັນດາງານບຸນທ່ອງທ່ຽວໃຫຍ່ສຸດໂລກ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດ, ບໍລິສັດທ່ອງທ່ຽວ 10.000 ແຫ່ງທີ່ມາຈາກເກືອບ 190 ປະເທດ ແລະ ເຂດແຄ້ວນໃນໂລກ. ຫວຽດນາມ ມີວິສາຫະກິດທ່ອງທ່ຽວສາກົນ, ເຂດພັກຜ່ອນບຳລຸງສຸຂະພາບ 58 ແຫ່ງ ແລະ ບາງທ້ອງຖິ່ນຄື: ດ່າໜັງ, ເຫວ໊, ກ໋ວາງນາມ… ເຂົ້າຮ່ວມງານຕະຫລາດນັດທ່ອງທ່ຽວຄັ້ງນີ້ ຮ້ານວາງສະແດງຂອງ ຫວຽດນາມ ຢູ່ ITB Berlin 2019 ດ້ວຍບັນດາຜະລິດຕະພັນທ່ອງທ່ຽວທີ່ອຸດົມສົມບຸນ, ຫລາຍຮູບຫລາຍແບບ ໄດ້ສະໜອງໃຫ້ແຂກທ່ອງທ່ຽວ, ເພື່ອນມິດສາກົນບັນດາຜະລິດຕະພັນທ່ອງທ່ຽວດີເດັ່ນທີ່ສຸດຂອງ ຫວຽດນາມ, ດັ່ງນັ້ນ ໄດ້ຮັບຄວາມສົນໃຈຈາກແຂກທ່ອງທ່ຽວມາຢ້ຽມຊົມນັບພັນຄົນ. ນອກຈາກເລື່ອງແນະນຳ, ໂຄສະນາການທ່ອງທ່ຽວ, ບັນດາຮ້ານວາງສະແດງຂອງ ຫວຽດນາມ ກໍ່ເອົາໃຈໃສ່ແນະນຳກ່ຽວກັບວັດທະນະທຳ ແລະ ບັນດາຜົນງານການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ຜ່ານນັ້ນ, ສົ່ງເສີມກາລະໂອກາດຊຸກຍູ້ການພົວພັນເສດຖະກິດ, ການຄ້າ, ການທ່ອງທ່ຽວ; ໂຄສະນາພາບພົດປະເທດຊາດ ແລະ ຊາວ ຫວຽດນາມ. ງານຕະຫລາດນັດທ່ອງທ່ຽວສາກົນ ITB Berlin 2019 ດຳເນີນແຕ່ວັນທີ 6 – 10 ມີນາ. (ແຫຼ່ງຄັດຈາກ VOV)