ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການປະສານສົມທົບລະຫວ່າງບັນດາອົງການເສນາທິການຍຸດທະສາດ ຂອງ ສອງພັກ, ຍູ້ແຮງການແລກປ່ຽນທິດສະດີ, ແບ່ງປັນບົດຮຽນປະສົບການກ່ຽວກັບການກໍ່ສ້າງພັກ.
ທ່ານ ເຈິ່ນເກິ້ມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄດ້ພົບປະເຈລະຈາ ກັບທ່ານ ວິໄລ ຫຼ້າຄຳຟອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນ ປະຕິວັດລາວ (ພາບ: VNA)
ຕອນເຊົ້າວັນທີ 15 ຕຸລາ, ພາຍຫຼັງພິທີຕ້ອນຮັບຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ),ທ່ານ ເຈິ່ນເກິ້ມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄດ້ພົບປະເຈລະຈາ ກັບທ່ານ ວິໄລ ຫຼ້າຄຳຟອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນ ປະຕິວັດລາວ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການປະສານສົມທົບລະຫວ່າງບັນດາອົງການເສນາທິການຍຸດທະສາດ ຂອງ ສອງພັກ, ຍູ້ແຮງການແລກປ່ຽນທິດສະດີ, ແບ່ງປັນບົດຮຽນປະສົບການກ່ຽວກັບການກໍ່ສ້າງພັກ.
ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ສອງຝ່າຍສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດສອງປະເທດ ເປີດກວ້າງການຮ່ວມມື, ລົງທຶນ, ດຳເນີນທຸລະກິດ; ສົ່ງເສີມບັນດາໂຄງການທີ່ປະກອບສ່ວນໂດຍກົງເຂົ້າໃນການພັດທະນາເສດຖະກິດ - ສັງຄົມ. ສອງຝ່າຍເນັ້ນໜັກເຖິງ ເປົ້າໝາຍນຳວົງເງິນການຄ້າສອງສົ້ນບັນລຸ 5 ຕື້ USD, ພ້ອມທັງເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຂອງແຕ່ລະປະເທດ.