ຂ່າວສານ

ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ເຮັດໃຫ້ການພົວພັນ ຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມ

ທ່ານ ເລມິນຈີ ສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນຕາມທິດດຸ່ນດ່ຽງ, ຍືນຍົງ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນ…
ທີ່ການພົບປະສົນທະນາ. (ພາບ: VNA)

ຕອນ​ບ່າຍ​ວັນ​ທີ 14 ກໍ​ລະ​ກົດ, ຢູ່ ປັກ​ກິ່ງ, ໃນ​ຂອ​ບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຈີນ ຕາມ​ຄຳ​ເຊີນ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ ຈີນ, ທ່ານ ເລ​ມິນ​ຈີ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ພາຍ​ໃນ​ສູນ​ກາງ​ພັກກອມມູນິດ ຫວຽດ​ນາມ ໄດ້​ມີ​ການ​ພົບ​ປະ​ສົນ​ທະ​ນາ​ກັບ ​ທ່ານ ຫວັງ​ຮູ່ນິງ, ປະ​ທານສະພາທີ່ປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ.

ທີ່​ການ​ພົບ​ປະ​ສົນ​ທະ​ນາ, ທ່ານ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ພາຍ​ໃນ​ສູນ​ກາງ​ພັກ ເລ​ມິນ​ຈີ ຢືນ​ຢັນ​ວ່າ ຍາມ​ໃດ ຫວຽດ​ນາມ ກໍ່​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ກາ​ນ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ກັບ ຈີນ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ແບ່ງ​ປັນ​ອະ​ນາ​ຄົດ ຫວຽດ​ນາມ - ຈີນ. ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ ເລ​ມິນ​ຈີ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​​ເສດ​ຖະ​ກິດ - ການ​ຄ້າ, ການ​ລົງ​ທຶນຕາມ​ທິດ​ດຸ່ນ​ດ່ຽງ, ຍື​ນ​ຍົງ​; ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ…

ສ່ວນ​ທ່ານ ຫວັງ​ຮູ່​ນິງ, ປະ​ທານສະພາທີ່ປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ ຢືນ​ຢັນ​ວ່າ ຈີນ ຖື​ກາ​ນ​ພົວ​ພັນ​ກັບ ຫວຽດ​ນາມ ແມ່ນ​ທິດ​ທາງ​ໃຫ້​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ; ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ ຫວຽດ​ນາມ ຊຸກ​ຍູ້​ການ​ພົວ​ພັນ 2 ປະ​ເທດ​ໃຫ້​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່​ຢ່າງບໍ່​ຢຸດຢັ້ງ, ແທ້​ຈິງ ແລະ ມີ​ປະ​ສິດ​ທ​ິ​ຜົນ.


top