ຂ່າວສານ

ເພີ່ມທະວີການຮ່ວມມືວຽກງານຊົນເຜົ່າ ລະຫວ່າງ ສະພາແຫ່ງຊາດສອງປະເທດຫວຽດນາມ-ລາວ

      ຄະນະຜູ້ແທນສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມນຳໂດຍທ່ານຮ່າງອັກຈຽນ, ປະທານສະພາເປັນຫົວໜ້າຄະນະ, ໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນກຳມາທິການບັນດາເຜົ່າສະພາແຫ່ງຊາດລາວ ໂດຍທ່ານນາງບົວພັນ ລີໄກຢາ ປະທານກຳມາທິການເປັນຫົວໜ້າຄະນະ.

ການເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)
      ຕອນບ່າຍວັນທີ 25 ທັນວາ, ທີ່ນະຄອນໂຮ່ຈີມິນ, ຄະນະຜູ້ແທນສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມນຳໂດຍທ່ານຮ່າງອັກຈຽນ, ປະທານສະພາເປັນຫົວໜ້າຄະນະ, ໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນກຳມາທິການບັນດາເຜົ່າສະພາແຫ່ງຊາດລາວ ໂດຍທ່ານນາງບົວພັນ ລີໄກຢາ ປະທານກຳມາທິການເປັນຫົວໜ້າຄະນະ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຮ່ວມມື, ແລກປ່ຽນບົດຮຽນໃນວຽກງານຊົນເຜົ່າ.
        ສອງຝ່າຍໄດ້ແບ່ງປັນບົດຮຽນ ໃນການສົມທົບກັນກໍ່ສ້າງ, ກວດກາການປະຕິບັດ ມະຕິຕົກລົງຂອງສະພາແຫ່ງຊາດວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໃນເຂດພໍ່ແມ່ປະຊາຊົນບັນດາເຜົ່າ, ເຂດພູດອຍ; ບົດຮຽນໃນການຈັດສັນ, ສັບຊ້ອນເຂດຊຸມຊົນ, ການຫັນເປັນຕົວເມືອງຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ; ບັນຫາທີ່ກ່ຽວຂ້ອງເຖິງການຢັ້ງຢືນສັນຊາດສຳລັບການແຕ່ງດອງທີ່ບໍ່ໄດ້ຈົດທະບຽນສົມລົດລະຫວ່າງພໍ່ແມ່ປະຊາຊົນບັນດາເຜົ່າຂອງສອງປະເທດ…
 (ແຫຼ່ງຄັດຈາກ VOV)


top