ຂ່າວສານ ເພີ່ມທະວີການຮ່ວມມືລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ 23/08/2017 ວັນທີ 22 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ, ປະທານຄະນະກຳມະການສັນຕິພາບຫວຽດນາມ ໄດ້ເຈລະຈາກັບທ່ານ ສົມພັນ ແພງຄຳມີ, ຮອງປະທານສະພາແຫ່ງຊາດ ສປປລາວ, ປະທານຄະນະກຳມະການສັນຕິພາບ ແລະ ສາມັກຄີ ລາວ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 21- 23 ສິງຫາ. ທີ່ການເຈລະຈາ, ສອງຝ່າຍແບ່ງປັນກ່ຽວກັບສະພາບການສາກົນ ແລະ ພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ແລກປ່ຽນຄຳເຫັນກ່ຽວກັບສະພາບການເຄື່ອນໄຫວ ແລະ ການຮ່ວມມືຂອງສອງຄະນະກຳມະການໃນໄລຍະມໍ່ໆມານີ້. ໄລຍະຈະມາເຖິງ, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືຂອງສອງຄະນະກຳມະການໃນບັນດາການເຄື່ອນໄຫວລະອຽດ, ມີຄວາມໝາຍແທດຈິງຄື: ແລກປ່ຽນຄະນະຜູ້ແທນຂັ້ນສູງປະຈຳປີ, ເພີ່ມທະວີການສົມທົບ ແລະ ຫນູນຊ່ວຍເຊິ່ງກັນ ແລະກັນໃນບັນດາການເຄື່ອນໄຫວການຕ່າງປະເທດປະຊາຊົນ, ແລກປ່ຽນຂໍ້ມູນຂ່າວກ່ຽວກັບສະພາບການ ແລະ ການເຄື່ອນໄຫວຂອງແຕ່ລະຝ່າຍ, ບັນດາຂໍ້ມູນຂ່າວຫົວເລື່ອງສະເພາະຫລືບົດຮຽນວິຊາສະເພາະກ່ຽວຂ້ອງເຖິງວຽກງານຂອງສອງຝ່າຍ. ການນຳສອງຄະນະກຳມະການກໍ່ເປັນເອກະພາບພິຈາລະນາການສົມທົບກັນຈັດຕັ້ງການເຄື່ອນໄຫວແນະນຳກ່ຽວກັບດ້ານວັດທະນະທຳ, ການທ່ອງທ່ຽວ ຫວຽດນາມ ຢູ່ລາວ ແລະ ກົງກັນຂ້າມ ເພື່ອແນໃສ່ໂຄສະນາ, ສຶກສາກ່ຽວກັບຄວາມສາມັກຄີ, ມິດຕະພາບ ແບບພິເສດ ຫວຽດນາມ ແລະລາວ ໃຫ້ແກ່ປະຊາຊົນສອງປະເທດ, ເປັນຕົ້ນແມ່ນລຸ້ນຫນຸ່ມ. (ແຫຼ່ງຄັດຈາກ VOV)

ວັນທີ 22 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ, ປະທານຄະນະກຳມະການສັນຕິພາບຫວຽດນາມ ໄດ້ເຈລະຈາກັບທ່ານ ສົມພັນ ແພງຄຳມີ, ຮອງປະທານສະພາແຫ່ງຊາດ ສປປລາວ, ປະທານຄະນະກຳມະການສັນຕິພາບ ແລະ ສາມັກຄີ ລາວ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 21- 23 ສິງຫາ. ທີ່ການເຈລະຈາ, ສອງຝ່າຍແບ່ງປັນກ່ຽວກັບສະພາບການສາກົນ ແລະ ພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ແລກປ່ຽນຄຳເຫັນກ່ຽວກັບສະພາບການເຄື່ອນໄຫວ ແລະ ການຮ່ວມມືຂອງສອງຄະນະກຳມະການໃນໄລຍະມໍ່ໆມານີ້. ໄລຍະຈະມາເຖິງ, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືຂອງສອງຄະນະກຳມະການໃນບັນດາການເຄື່ອນໄຫວລະອຽດ, ມີຄວາມໝາຍແທດຈິງຄື: ແລກປ່ຽນຄະນະຜູ້ແທນຂັ້ນສູງປະຈຳປີ, ເພີ່ມທະວີການສົມທົບ ແລະ ຫນູນຊ່ວຍເຊິ່ງກັນ ແລະກັນໃນບັນດາການເຄື່ອນໄຫວການຕ່າງປະເທດປະຊາຊົນ, ແລກປ່ຽນຂໍ້ມູນຂ່າວກ່ຽວກັບສະພາບການ ແລະ ການເຄື່ອນໄຫວຂອງແຕ່ລະຝ່າຍ, ບັນດາຂໍ້ມູນຂ່າວຫົວເລື່ອງສະເພາະຫລືບົດຮຽນວິຊາສະເພາະກ່ຽວຂ້ອງເຖິງວຽກງານຂອງສອງຝ່າຍ. ການນຳສອງຄະນະກຳມະການກໍ່ເປັນເອກະພາບພິຈາລະນາການສົມທົບກັນຈັດຕັ້ງການເຄື່ອນໄຫວແນະນຳກ່ຽວກັບດ້ານວັດທະນະທຳ, ການທ່ອງທ່ຽວ ຫວຽດນາມ ຢູ່ລາວ ແລະ ກົງກັນຂ້າມ ເພື່ອແນໃສ່ໂຄສະນາ, ສຶກສາກ່ຽວກັບຄວາມສາມັກຄີ, ມິດຕະພາບ ແບບພິເສດ ຫວຽດນາມ ແລະລາວ ໃຫ້ແກ່ປະຊາຊົນສອງປະເທດ, ເປັນຕົ້ນແມ່ນລຸ້ນຫນຸ່ມ. (ແຫຼ່ງຄັດຈາກ VOV)