ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາວ່າ ອັງໂກລາ ຈະກາຍເປັນຂົວເຊື່ອມຕໍ່ຊຸກຍູ້ການຮ່ວມມືຢ່າງແທ້ຈິງລະຫວ່າງ ຫວຽດນາມ ແລະ ສະຫະພາບ ອາຟະລິກາ
ຕອນຄ່ຳວັນທີ 03 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Téte António, ລັດຖະມົນຕີກະຊວງການຕ່າງປະເທດ ອັງໂກລາ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາວ່າ ອັງໂກລາ ຈະກາຍເປັນຂົວເຊື່ອມຕໍ່ຊຸກຍູ້ການຮ່ວມມືຢ່າງແທ້ຈິງລະຫວ່າງ ຫວຽດນາມ ແລະ ສະຫະພາບ ອາຟະລິກາ ແລະ ສະແດງຄວາມພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ອັງໂກລາ ກັບ ອາຊຽນ. ທ່ານສະເໜີໃຫ້ລັດຖະບານ ອັງໂກລາ ສືບຕໍ່ເອົາໃຈໃສ່, ໜູນຊ່ວຍ, ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ລົງທຶນ, ດຳເນີນທຸລະກິດຢູ່ ອັງໂກລາ; 2 ຝ່າຍສົມທົບກັນສຳເລັດການເຈລະຈາ, ລົງນາມເອກະສາຮ່ວມມືສຳຄັນສະບັບຕ່າງໆໃນບັນດາຂົງເຂດການສຶກສາ, ສາທາລະນະສຸກ, ກະສິກຳ…
ສ່ວນທ່ານລັດຖະມົນຕີການຕ່າງປະເທດ Téte António, ສະແດງຄວາມປາດຖໜາວ່າ ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງພ້ອມກັບ ອັງໂກລາ ໃນໄລຍະພັດທະນາໃໝ່, ຊຸກຍູ້ການຮ່ວມມືຮອບດ້ານໃນບັນດາຂົງເຂດກະສິກຳ, ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ.