ການພົວພັນຮ່ວມມືລະຫວ່າງກອງທັບປະຊາຊົນ ຫວຽດນາມ ແລະ ກອງທັບລາຊະອານາຈັກ ກຳປູເຈຍ ເວົ້າລວມ, ລະຫວ່າງກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ກອງບັນຊາການທະຫານບົກເວົ້າສະເພາະ, ນັບມື້ນັບພັດທະນາອັນດີງາມ, ເຂົ້າສູ່ລວງເລິກ ແລະ ແທດຈິງ.
ວັນທີ 14 ທັນວາ, ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ, ຄະນະຜູ້ແທນກອງບັນຊາການທະຫານປ້ອງກັນຊາຍແດນ, ກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນຕີ ຮ່ວາງຊວນຈ໋ຽນ, ກຳມະການສູນກາງພັກ, ກຳມະການຄະນະພັກການທະຫານສູນກາງ, ຜູ້ບັນຊາການທະຫານປ້ອງກັນຊາຍແດນ, ກະຊວງປ້ອງກັນປະເທດ ຫວຽດນາມ ເປັນຫົວໜ້າຄະນະ ແລະ ທ່ານພົນເອກ Hun Manet, ຮອງຜູ້ບັນຊາການທະຫານສູງສຸດລາຊະອານາຈັກ ກຳປູເຈຍ, ຫົວໜ້າກອງບັນຊາການທະຫານບົກເປັນຫົວໜ້າຄະນະ ໄດ້ຈັດຕັ້ງກອງປະຊຸມພົບປະເຈລະຈາເພື່ອແນໃສ່ຕີລາຄາໝາກຜົນແຫ່ງການຮ່ວມມືປ້ອງກັນຊາຍແດນປີ 2018 ແລະ ປຶກສາຫາລືທິດທາງການຮ່ວມມືໃນປີ 2019.
ທີ່ກອງປະຊຸມພົບປະເຈລະຈາ, ທ່ານພົນຕີ ຮ່ວາງຊວນຈ໋ຽນ ແລະ ທ່ານພົນເອກ Hun Manet ມີຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນຮ່ວມມືລະຫວ່າງກອງທັບປະຊາຊົນ ຫວຽດນາມ ແລະ ກອງທັບລາຊະອານາຈັກ ກຳປູເຈຍ ເວົ້າລວມ, ລະຫວ່າງກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ກອງບັນຊາການທະຫານບົກເວົ້າສະເພາະ, ນັບມື້ນັບພັດທະນາອັນດີງາມ, ເຂົ້າສູ່ລວງເລິກ ແລະ ແທດຈິງ. ໃນໄລຍະຈະມາເຖິງ, 2 ຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ຮັກສາການປະຕິບັດໃຫ້ຖືກຕ້ອງຕາມອະນຸສັນຍາການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ; ແຜນການຮ່ວມມືດ້ານປ້ອງກັນຊາດໃນປີ 2019 ຂອງກະຊວງປ້ອງກັນປະເທດ 2 ປະເທດ ແລະ ເນື້ອໃນ 2 ຝ່າຍທີ່ໄດ້ແລກປ່ຽນ, ເຫັນດີເປັນເອກະພາບໃນບົດບັນທຶກກອງປະຊຸມພົບປະເຈລະຈາ.
(ແຫຼ່ງຄັດຈາກ VOV)