ຕາມບັນດາຜູ້ແທນແລ້ວ, ຕ້ອງກຳນົດທີ່ຕັ້ງແຫຼ່ງຊັບພະຍາກອນ ແລະ ແຜນທີ່ທ່ອງທ່ຽວຂອງ ຫວຽດນາມ ຄືນໃໝ່ໃນສະພາບການປະຕິບັດການສັບຊ້ອນຫົວໜ່ວຍບໍລິຫານ, ປ່ຽນແປງການວາງແຜນຜັງເຂດຕາມທິດໃກ້ກັບຄວາມສາມາດບົ່ມຊ້ອນ
(ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ)
ຫວຽດນາມ ຕ້ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການໃນການພັດທະນາຂະແໜງທ່ອງທ່ຽວ, ພິເສດແມ່ນເພີ່ມທະວີການຫັນເປັນດີຈີຕອນ, ເພື່ອຕອບສະໜອງທ່າອ່ຽງໃນສະພາບການໃໝ່. ນີ້ແມ່ນຄຳເຫັນເປັນເອກະພາບນຳກັນຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຂອງຄະນະຊີ້ນຳແຫ່ງລັດກ່ຽວກັບການທ່ອງທ່ຽວ, ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 31 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ.
ຕາມບັນດາຜູ້ແທນແລ້ວ, ຕ້ອງກຳນົດທີ່ຕັ້ງແຫຼ່ງຊັບພະຍາກອນ ແລະ ແຜນທີ່ທ່ອງທ່ຽວຂອງ ຫວຽດນາມ ຄືນໃໝ່ໃນສະພາບການປະຕິບັດການສັບຊ້ອນຫົວໜ່ວຍບໍລິຫານ, ປ່ຽນແປງການວາງແຜນຜັງເຂດຕາມທິດໃກ້ກັບຄວາມສາມາດບົ່ມຊ້ອນ, ທ່າແຮງເຂດພາກ ແລະ ສ້າງຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ລົງເລິກກວ່າ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ, ຫົວໜ້າຄະນະຊີ້ນຳ, ໄດ້ໃສ່ໃຈວ່າ:
“ສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ຍົກສູງຄວາມຮັບຮູບກ່ຽວກັບການພັດທະນາຂະແໜງທ່ອງທ່ຽວຢ່າງມີແບບມີແຜນ, ເປັນມືອາຊີບ, ກຳນົດທີ່ຕັ້ງຂະແໜງທ່ອງທ່ຽວ ຫວຽດນາມ ຄືນໃໝ່, ກຳນົດການວາງແຜນຜັງຄືນໃໝ່, ເພີ່ມເຕີມບັນດາແຜນຮ່າງໃນໄລຍະໃໝ່, ເພື່ອເຮັດແນວໃດໃຫ້ສາມາດຂຸດຄົ້ນ, ເສີມຂະຫຍາຍທ່າແຮງແກ່ງແຍ້ງໃຫ້ເປັນຢ່າງດີກວ່າ, ມີໂອກາດພົ້ນເດັ່ນກວ່າ, ຄວາມສາມາດບົ່ມຊ້ອນທີ່ແຕກຕ່າງກັນຂອງບັນດາທ້ອງຖິ່ນໃນປະຈຸບັນ”.