ກອງປະຊຸມມີຄວາມໝາຍພິເສດ, ສ້າງຂີດໝາຍຫັນປ່ຽນຈາກໄລຍະກະກຽມພື້ນຖານການເມືອງ - ນິຕິກຳໄປສູ່ການຜັນຂະຫຍາຍ, ເຂົ້າສູ່ບັນດາວິວັດການລະອຽດຈັດຕັ້ງການເລືອກຕັ້ງໃນຂອບເຂດທົ່ວປະເທດ.
ຕອນເຊົ້າວັນທີ 15 ພະຈິກ, ກອງປະຊຸມທົ່ວປະເທດເຊື່ອມຊືມຄຳສັ່ງຊີ້ນຳຂອງກົມການເມືອງ, ຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI, ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ເຊິ່ງໄດ້ຈັດຂຶ້ນຢູ່ກອງປະຊຸມ ຢຽນຮົ່ງ, ຫໍສະພາແຫ່ງຊາດ (ຢູ່ນະຄອນຫຼວງຮ່າໂນ້ຍ) ແລະ ເຊື່ອມຕໍ່ແບບທາງໄກກັບບັນດາແຂວງ, ຕາແສງໃນທົ່ວປະເທດ. ກອງປະຊຸມມີຄວາມໝາຍພິເສດ, ສ້າງຂີດໝາຍຫັນປ່ຽນຈາກໄລຍະກະກຽມພື້ນຖານການເມືອງ - ນິຕິກຳໄປສູ່ການຜັນຂະຫຍາຍ, ເຂົ້າສູ່ບັນດາວິວັດການລະອຽດຈັດຕັ້ງການເລືອກຕັ້ງໃນຂອບເຂດທົ່ວປະເທດ. ນີ້ກໍ່ແມ່ນກອງປະຊຸມທີ່ໄດ້ເປັນເອກະພາບທາງດ້ານເຈດຈຳນົງ ແລະ ການກະທຳໃນທົ່ວລະບົບການເມືອງ ດ້ວຍເປົ້າໝາຍສູງສຸດແມ່ນຈັດຕັ້ງສຳເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ໂດຍປະຊາຊົນເລືອກຕັ້ງ ຄັ້ງທຳອິດ ເມື່ອປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ດ້ວຍບັນດາຄວາມຮຽກຮ້ອງຕ້ອງການໃໝ່ສູ່ງກ່ວາກ່ຽວກັບຄວາມສາມາດ, ຄຸນສົມບັດຂອງສະມາຊິກ.