ຂ່າວສານ

ເປີດ​ໄລ​ຍະ​ຮ່ວມ​ມື​ໃໝ່​ລະ​ຫວ່າງ ຫວຽດ​ນາມ ແລະ ແຟງ​ລັງ

ໂດຍໄດ້ຮັບຄຳເຊີນຈາກທ່ານ Alexander Stubb ປະທານາທິບໍດີ ແຟງລັງ, ທ່ານ ໂຕເລິມ ເລຂາທິການທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ແຟງລັງ ຢ່າງເປັນທາງການແຕ່ວັນທີ 20 – 22 ຕຸລາ. ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຈະເປີດໄລຍະຮ່ວມມືໃໝ່ລະຫວ່າງສອງປະເທດຢ່າງແທດຈິງ, ມີປະສິດທິຜົນ ແລະ ຍືນຍົງກວ່າ, ສອດຄ່ອງກັບເນື້ອໃຈຈິດໃຈການຮ່ວມມື, ການປ່ຽນແປງໃໝ່ ແລະ ການແບ່ງປັນ ເຊິ່ງສອງຊາດພ້ອມກັນມຸ່ງໄປເຖິງ.
ທ່ານໂຕເລິມ ເລຂາທິການທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ພັນລະຍາ ຈະໄປຢ້ຽມຢາມ ແຟງລັງ ຢ່າງເປັນທາງການແຕ່ວັນທີ 20 – 22 ຕຸລາ (ພາບ: baoquocte.vn)

ການຢ້ຽມຢາມ ແຟງລັງ ຂອງການນຳຂັ້ນສູງສຸດຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການຖືການພົວພັນກັບ ແຟງລັງ ເປັນສຳຄັນ, ເຊິ່ງເປັນຄູ່ຮ່ວມມືທີ່ມີກຳລັງບົ່ມຊ້ອນຫຼາຍຢ່າງ, ມີທີ່ຕັ້ງບົດບາດແຖວໜ້າໃນ ສະຫະພາບເອີຣົບ (EU) ກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ, ການສຶກສາ, ການຫັນເປັນສີຂຽວ ແລະ ເສດຖະກິດພູມປັນຍາ.

ຄູ່ຮ່ວມມືມິດຕະພາບມາແຕ່ດົນນານ

ການຢ້ຽມຢາມໄດ້ດຳເນີນໃນສະພາບການສອງປະເທດຫາກໍ່ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ (1973 – 2023), ເຊິ່ງແມ່ນຂີດໝາຍສຳຄັນເປີດໄລຍະຮ່ວມມືໃໝ່, ຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງການຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອຄື ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ສະພາບແວດລ້ອມ, ກະສິກຳ, ພ້ອມທັງເປີດກວ້າງໄປຍັງບັນດາຂົງເຂດໃໝ່ຄື ການຫັນເປັນດີຈີຕອນ, ພະລັງງານທົດແທນ ແລະ ເສດຖະກິດໝູນວຽນ, ບັນດາທິດກ້າວເດີນແມ່ນສອດຄ່ອງກັບວິໄສທັດພັດທະນາແບບຍືນຍົງຂອງທັງສອງປະເທດ.

ກວ່າເຄິ່ງສະຕະວັດຜ່ານພົ້ນໄປ, ແຟງລັງ ຍາມໃດກໍຮ່ວມເດີນທາງ, ຮຽງບ່າຮຽງໄຫຼ່ພ້ອມກັບ ຫວຽດນາມ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ. ແຕ່ຊຸມປີທີ່ ຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຟງລັງ ໄດ້ໜູນຊ່ວຍ ຫວຽດນາມ ໃນຫຼາຍຂົງເຂດທີ່ສຳຄັນ, ເຊັ່ນ: ການສຶກສາ, ລະບົບນ້ຳສະອາດ, ສິ່ງແວດລ້ອມ, ກະສິກຳ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ. ກ່ຽວກັບຂົງເຂດການເມືອງ ແລະ ການທູດ, ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນໃນບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນ ສປຊ ແລະ ໃນຂອບເຂດ ອາຊຽນ, ສະຫະພາບເອີຣົບ (EU).

ປັດຈຸບັນນີ້, ສອງປະເທດໄດ້ຫັນຄວາມສຳເລັດຈາກການພົວພັນຮ່ວມມືພັດທະນາ ໄປເປັນຄູ່ຮ່ວມມືທີ່ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ - ເຊິ່ງເປັນໜຶ່ງສິ່ງພິສູດໃຫ້ແກ່ການພັດທະນາຢ່າງກະໂດດຂັ້ນຂອງ ຫວຽດນາມ ແລະ ໃຫ້ແກ່ວິໄສທັດໄລຍະຍາວ, ວັດທະນະທຳມະນຸດໃນນະໂຍບາຍຂອງ ແຟງລັງ.

ທັງ ຫວຽດນາມ ແລະ ແຟງລັງ ຖືພູມປັນຍາ ແລະ ຄວາມປະດິດຄິດສ້າງເປັນກຳລັງໜູນຂອງການພັດທະນາ. ສອງປະເທດພວມຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາຂົງເຂດຄືຫັນເປັນດີຈີຕອນ, ການສຶກສາ, ວິທະຍາສາດເຕັກໂນໂລຢີ ແລະ ການເຕີບໂຕສີຂຽວ. ນີ້ກໍແມ່ນບັນດາຂົງເຂດເປີດກວ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນສອງຝ່າຍໃນສັງກາດຫັນເປັນໂລກາພິວັດ.

ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດມີການພັດທະນາ. ການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດອື່ນ, ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາບຳລຸງສ້າງ, ກະສິກຳ, ສິ່ງແວດລ້ອມ, ວັດທະນະທຳ ແລະ ການສຶກສາ, ການພົບປະແລກປ່ຽນລະຫວ່າງປະຊາຊົນ, ການທ່ອງທ່ຽວ ແລະ ການຮ່ວມມືທ້ອງຖິ່ນ ກໍພັດທະນາຢ່າງຈົບງາມ.

ເປີດແງ່ຫວັງໃໝ່

  ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແຟງລັງ, ນາງ ຟ້າມທິແທັງບິນ, ການຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫ່ຍໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ແມ່ນເຫດການການເມືອງ-ການທູດ ທີ່ມີຄວາມໝາຍພິເສດສຳຄັນ, ເປັນຂີດໝາຍໃໝ່ໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ-ແຟງລັງ. ຫຼາຍການເຄື່ອນໄຫວສຳຄັນໃນການຢ້ຽມຢາມຄັ້ງນີ້ ສະແດງໃຫ້ເຫັນລວງເລິກ, ວິໄສທັດຍຸດທະສາດ ແລະ ລັກສະນະຮອບດ້ານໃນການພົວພັນສອງຝ່າຍ.

  ໄປຄຽງຄູ່ກັບຄວາມໝາຍດ້ານການເມືອງ ແລະ ເສດຖະກິດ, ການຢ້ຽມຢາມຍັງມີຄວາມໝາຍດ້ານຈິດໃຈອັນເລິກເຊິ່ງ. ທ່ານເລຂາທິການໃຫ່ຍໂຕເລິມ ຈະພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ແຟງລັງ ແລະ ທັງເອີລົບເໜືອ, ຮັບຟັງຄວາມໃນໃຈ ແລະ ຊຸກຍູ້ຈິດໃຈຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຜ່ານນັ້ນ, ຮັດແໜ້ນຄວາມສະໜິດຕິດພັນລະຫວ່າງປະຊາຄົມຊາວ ຫວຽດນາມ ກັບບ້ານເກີດເມືອງນອນກ່ວາອີກ. ພິເສດ, ທ່ານເລຂາທິການໃຫ່ຍໂຕເລິມ ຈະພົບປະກັບນັກສຶກສາ ຫວຽດນາມ ຢູ່ ແຟງລັງ ຊື່ງສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງການນຳສູງສຸດຕໍ່ລຸ້ນໜຸ່ມ, ສົ່ງເສີມການຮ່ຳຮຽນ, ຝຶກຝົນພູມປັນຍາ ແລະ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.

ການພົວພັນລະຫວ່າງ ຫວຽດນາມ-ແຟງລັງ ບໍ່ພຽງແຕ່ໄດ້ຮັບການສ້າງຂຶ້ນບົນພື້ນຖານປະຫວັດສາດ ແລະ ນ້ຳໃຈເປັນເພື່ອນມິດທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງໄດ້ມຸ່ງໄປເຖິງອະນາຄົດພັດທະນາທີ່ກົມກຽວ, ຍືນຍົງ ແລະ ປະດິດຄິດສ້າງ, ພ້ອມກັນຮ່ວມແຮງຮ່ວມໃຈເພື່ອສັນຕິພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໂລກອີກດ້ວຍ.

ການຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫ່ຍໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ແຕ່ວັນທີ 20-22 ຕຸລາ ຈະເປີດໄລຍະຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ ແຟງລັງ ຢ່າງແທດຈິງ, ມີປະສິດທິຜົນ ແລະ ຍືນຍົງກ່ວາ, ກໍ່ຄືສອດຄ່ອງກັບຈິດໃຈການຮ່ວມມື, ປ່ຽນແປງໃໝ່ ແລະ ແບ່ງປັນ ຊື່ງສອງຊາດພ້ອມກັນມຸ່ງໄປເຖິງ./.


top