ຂ່າວສານ

ເປີດ​ຕົວ​ສະ​ພາ​ແງ່​ຫວັງ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ລົງ​ທຶນ​ນ້ຳ

ທ່ານ Cyril Ramaphosa ປະທານາທິບໍດີ ອາບຟຼິກກາໃຕ້ໄດ້ເປີດຕົວສະພາແງ່ຫວັງທົ່ວໂລກກ່ຽວກັບການລົງທຶນນ້ຳ (GOCWI).
ທ່ານ Cyril Ramaphosa ປະທານາທິບໍດີ ອາບຟຼິກກາໃຕ້ (ພາບ: REUTERS/Siphiwe Sibeko )
ໃນຂອບເຂດກອງປະຊຸມສຸດຍອດການລົງທຶນນ້ຳ ອາບຟຼິກກາ ໄດ້ດຳເນີນຢູ່ Cape Town  (ອາບຟຼິກກາໃຕ້), ວັນທີ 13 ສິງຫາ, ທ່ານ Cyril Ramaphosa ປະທານາທິບໍດີ ອາບຟຼິກກາໃຕ້ ໄດ້ເປີດຕົວສະພາແງ່ຫວັງທົ່ວໂລກກ່ຽວກັບການລົງທຶນນ້ຳ  (GOCWI).GOCWI ແມ່ນຂໍ້ລິເລີ່ມຂອງ ອາບຟຼິກກາໃຕ້, ເຊິ່ງແມ່ນປະເທດປະທານກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ປີ 2025 ເພື່ອແນໃສ່ເຊື່ອມຕໍ່ ອາບຟຼິກກາໃຕ້ ກັບບັນດາປະເທດລົງທຶນສາກົນ. ທ່ານ Sheikh Mohamed bin Zayed Al Nahyan ປະທານາທິບໍດີ ສະຫະລັດ ອາຣັບ ເອມີເລດ (UAE), ທ່ານນາຍົກລັດຖະມົນຕີ Barbados Mia Mottley ແລະ ເປັນປະທານຮ່ວມກອງທຶນ Bill & Melinda Gates - Bill Gates ພ້ອມກັບປະທານ G20 ອາບຟຼິກກາໃຕ້ ເປັນປະທານຮ່ວມ GOCWI. ຕາມທ່ານປະທານາທິບໍດີ ອາບຟຼິກກາໃຕ້ແລ້ວ, ກົນໄກນີ້ ຈະຕິດຕາມຄວາມຄືບໜ້າ, ການປ່ອຍເງິນ, ການລາຍງານປະຈຳປີ ແລະ ການປະສານສົມທົບບັນດາຄວາມມານະພະຍາຍາມຂອງ G20, ສປຊ, ບັນດາທະນາຄານພັດທະນາຫຼາຍຝ່າຍ ແລະ ຂົງເຂດເອກະຊົນ, ພ້ອມທັງຈະລະດົມການນຳພາ, ທຶນ ແລະ ການປ່ຽນແປງໃໝ່ທີ່ຈຳເປັນເພື່ອຫັນຂະແໜງນ້ຳຈາກຂະແໜງທີ່ພວມຖືກວິກິດການກາຍເປັນຂະແໜງແຫ່ງໂອກາດ.

top