ຂ່າວສານ

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຮັບ​ໃຊ້​ການ​ທ່ອງ​ທ່ຽວ “ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທໍ​າ ຮ່າ​ໂນ້ຍ ແທ້ໆ”

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທຳ ຮ່າ​ໂນ້ຍ ແທ້ໆ” ແມ່ນ​ຜະ​ລິດ​ຕະ​ພັນຫຼ້າ​ສຸດ ໂດຍ​ໂຮງ​ລະ​ຄອນຟ້ອນ​ລຳ ທັງ​ລອງ ໄດ້​ແນະ​ນຳ​ເຖິງ​ມະ​ຫາ​ຊົນ ໃນ​ຕອນ​ຄ່ຳ​ວັນ​ທີ 30 ກໍ​ລະ​ກົດ, ຢູ່​ໂຮງ​ລະ​ຄອນ​ຟ້ອນ​ລຳ ທັງ​ລອງ (ຮ່າ​ໂນ້ຍ). ​
  ລາຍ​ການ​ສະ​ແດງ​ສິ​ລະ​ປະ “ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທຳ ຮ່າ​ໂນ້ຍ ແທ້ໆ” (ພາບ: VNA)  

ລາຍ​ການ​ດັ່ງ​ກ່າ​ວ​ໄດ້​ວາດ​ພາບ​ຄືນ​ຈັງ​ຫວະ​ຊີ​ວິດ ຮ່າ​ໂນ້ຍ ຜ່ານ​ພາ​ສາ​ດົນ​ຕີ, ສິ​ລະ​ປະ​ຟ​ອ້ນ ແລະ ສະ​ແດງ, ປະ​ສົມ​ປະ​ສານ​ກັບ​ເຕັກ​ໂນ​ໂລ​ຢີ​ເວ​ທີ​ທັນ​ສະ​ໄໝ. ຈຸດ​ພົ້ນ​ເດັ່ນ​ຂອງ​ລາຍ​ການ​ດັ່ງ​ກ່າວ​ແມ່ນ​ເວ​ທີ​ເປີດ ດ້ວຍຫຼາຍ​ກິດ​ຈະ​ກຳ​ກະ​ທົບ​ຕອບ, ອະ​ນຸ​ຍາດ​ໃຫ້​ຜູ້​ຊົມ​ສາ​ມາດ​ເຂົ້າ​ຮ່ວມ​ການ​ລົງ​ຕົວ​ຈິງ​ສິ​ລະ​ປະ​ໂດຍ​ກົງ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ກ່ອນ​ເວ​ລາ​ສະ​ແດງ, ຜູ້​ຊົມ​ກໍ່​ສາ​ມາດ​ດື່ມ​ນ້ຳ​ຊາ​ເອືອບດອກ​ບົວ, ​ກິນເຂົ້າ​ໜົມ​ພື້ນ​ເມືອງ ​ແລະ ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ລົດ​ຊາດ ຮ່າ​ໂນ້ຍ ເພື່ອ​ສຳ​ຜ​ັດ​ກັບ​ວັດ​ທະ​ນະ​ທຳ​ນະ​ຄອນຫຼວງ.

ຕາມ​ແຜນ​ການ​ແລ້ວ, ລາຍ​ການ​ດັ່ງ​ກ່າວ​ຈະ​ໄດ້​ສະ​ແດງ ໃນ​ເວ​ລາ 20 ໂມງ, ທຸກຕອນ​ຄ່ຳ​ວັນ​ສຸກ​ໃນ​ອາ​ທິດ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ທີ່​ເປັ​ນ​ເອ​ກະ​ລັກ​ຂອງ​ນະ​ຄອນຫຼວງ, ຮັບ​ໃຊ້​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.


top