ຂ່າວສານ

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະຄຸນ​ນະ​ພາບ​ສູງຄັ້ງ​ທຳ​ອິດ​ທີ່​ມີ​ເຄື່ອງ​ໝາຍ​ການ​ຄ້າ​ນະ​ຄອນຫຼວງ

ຜ່ານ​ລາຍ​ການ, ຄະ​ນະ​ຈັດ​ຕັ້ງ​ປາດ​ຖະ​ໜາ​ຢາກ​ແນະ​ນຳ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ຊາວ​ຮ່າ​ໂນ້ຍ ​ດ້ວຍ​ພາ​ສາ​ສິ​ລະ​ປະ​ແຈ່ວ, ສ້າງ​ຜະ​ລິດ​ຕະ​ພັນ​ສະ​ແດງ​ປະ​ຈຳ​ໄລ​ຍະ​ເທື່ອ​ລະ​ກ້າວ, ກາຍ​ເປັນ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ທີ່​ດຶງ​ດູດ​ໃຈ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ສາ​ກົ
  ລາຍ​ການ​ສະ​ແດງ​ສິ​ລະ​ປະ “ສະ​ເໜ່​ຂອງ​ການ​ຂັບ​ແຈ່ວ​ນະ​ຄອນ​ຮ່າ​ໂນ້ຍ” (ພ​າບ: VNA)  
ຕອນ​ຄ່ຳ​ວັນ​ທີ 24 ກໍ​ລະ​ກົດ, ຢູ່ໂຮງ​ລະ​ຄອນ ດ້າຍ​ນາມ, ພະ​ແນກວັດ​ທະ​ນະ​ທຳ ແລະ ກິ​ລາ ຮ່າ​ໂນ້ຍ ໄດ້​ເປີດ​ຕົວລາຍ​ການ​ສະ​ແດງ​ສິ​ລະ​ປະ “ສະ​ເໜ່​ຂອງ​ການ​ຂັບ​ແຈ່ວ​ນະ​ຄອນ​ຮ່າ​ໂນ້ຍ” ໂດຍ​ໂຮງ​ລະ​ຄອນ​ຂັບ​ແຈ່ວ ຮ່າ​ໂນ້ຍ ​ປະ​ຕິ​ບັດ. ນີ້​ແມ່ນ​ລາຍ​ກາ​ນ​ສະ​ແດງ​ສິ​ລະ​ປະ​ຄຸນ​ນະ​ພາບ​ສູງ​ທຳ​ອິດ​ໃນ​ບັນ​ດາ​ຜົນ​ງານ​ທີ່​ມີ​ເຄື່ອງ​ໝາຍ​ການ​ຄ້າ ຮ່າ​ໂນ້ຍ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ລະ​ບົບ​ຜະ​ລິດ​ຕ​ະ​ພັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອກ​ະ​ລັກ​ສະ​ເພາະ​ຂອງ​ນະ​ຄອນຫຼວງ, ຮັບ​ໃຊ້​ມະ​ຫາ​ຊົນ, ໂຄ​ສະ​ນາ​ພາບ​ພົດ ​ຮ່າ​ໂນ້ຍ ແລະ ປະ​ກອບ​ສ່ວນ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ. ລາຍ​ການ​ດຳ​ເນີນ​ໃນ​ເວ​ລາ 60 ນາ​ທີ, ແນະ​ນຳບັນ​ດາ​ລາຍ​ການ​ຂັບ​ແຈ່ວ​ພື້ນ​ເມືອງ​ຄື: ທິ​ເມົ້າ​ ຂຶ້ນໄປ​ວັດ, ຊຸຍ​ເວິນ​ ທຳ​ທ່າ​ເປັນ​ບ້າ… ໄປ​ເຖິງ​ຜູ້​ຊົມ​.ບັນ​ດາ​ລາຍ​ການ​ບໍ່ໄດ້​ສະ​ແດງ​ແບບແຍກສາກ ​ເຊິ່ງ​ໄດ້​ຮັບ​ການ​ເຊື່ອມ​ຈອດ​ເປັນອັນດຽວຢ່າງ​ລຸ​ລ່ວງ, ເພີ່ມ​ທະ​ວີ​ການແລກ​ປ່ຽນ​ລະ​ຫວ່າງ​ນັກ​ສິ​ລະ​ປິນ ແລະ ຜູ້​ຊົມ​ເພື່ອ​ແນ​ໃສ່​ຊ່ວຍໃຫ້​ຜູ້​ຊົມ, ພິ​ເສດ​ແມ່ນ​ໄວ​ໜຸ່ມ ແລະ ແຂກ​ທ່ອງ​ທ່ຽວໄດ້​ເຂົ້າ​ເຖິງ​ສິ​ລະ​ປະ​ຂັບ​ແຈ່ວ​ຕາມ​ແບບທີ່​ໃກ້​ຊິດກວ່າ. ຜ່ານ​ລາຍ​ການ, ຄະ​ນະ​ຈັດ​ຕັ້ງ​ປາດ​ຖະ​ໜາ​ຢາກ​ແນະ​ນຳ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ຊາວ​ຮ່າ​ໂນ້ຍ ​ດ້ວຍ​ພາ​ສາ​ສິ​ລະ​ປະ​ແຈ່ວ, ສ້າງ​ຜະ​ລິດ​ຕະ​ພັນ​ສະ​ແດງ​ປະ​ຈຳ​ໄລ​ຍະ​ເທື່ອ​ລະ​ກ້າວ, ກາຍ​ເປັນ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ທີ່​ດຶງ​ດູດ​ໃຈ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ສາ​ກົນ.

top