ໃນຕອນບ່າຍວັນທີ 25 ສິງຫາ, ທີ່ການຕ້ອນຮັບ ທ່ານນາງ Jennifer Wicks, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ອາເມລິກາ ປະຈຳ ຫວຽດນາມ, ທ່ານ ເລຮົ່ງວີງ, ປະທານຄະນະກຳມະການປະຊາຊົນ ແຂວງ ກວ໋າງຈິ ເນັ້ນໜັກວ່າ: ແຂວງ ກວ໋າງຈິ ພວມສຸມໃສ່ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກ, ໂປ່ງໃສ,
ການເຮັດວຽກລະຫວ່າງສອງຝ່າຍ (ພາບ: VNA)
ສ້າງເງື່ອນໄຂສະດວກດຶງດູດບັນດາແຫຼ່ງກຳລັງ, ໃນນັ້ນມີບັນດາວິສາຫະກິດ, ອົງການຈັດຕັ້ງ ແລະ ຄູ່ຮ່ວມມື ອາເມລິກາ. ພ້ອມນັ້ນ, ຢັ້ງຢືນວ່າ ກວ໋າງຈິ ພວມຜັນຂະຫຍາຍໂຄງການກະທຳເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດພາຍຫຼັງສົງຄາມ ໄລຍະ 2026 – 2035. ແຂວງປາດຖະໜາຢາກໄດ້ຮັບຄວາມເອົາໃຈໃສ່, ການຮ່ວມເດີນທາງ ແລະ ໜູນຊ່ວຍຈາກລັດຖະບານ ອາເມລິກາ ພ້ອມກັບບັນດາຄູ່ຮ່ວມມືຂອງ ອາເມລິກາ ໃນການສຳຫຼວດ, ທຳລາຍລູກລະເບີດ, ສຶກສາການປ້ອງກັນ ຫຼີກລ່ຽງອຸບັດຕິເຫດຍ້ອນລູກລະເບີດ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກສົງຄາມ ແລະ ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາອົງການສະເພາະກິດ.
ສ່ວນທ່ານນາງເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ອາເມລິກາ ປະຈຳ ຫວຽດນາມ Jennifer Wicks ໄດ້ຢັ້ງຢືນວ່າຈະສືບຕໍ່ໜູນຊ່ວຍບັນດາທ້ອງຖິ່ນຂອງ ຫວຽດນາມ, ໃນນັ້ນມີແຂວງ ກວ໋າງຈິ ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພິເສດແມ່ນການກວດຫາ ແລະ ທຳລາຍລູກລະເບີດ.