ຂ່າວສານ

ເປີດສູນ​ແລກ​ປ່ຽນ​ຄ້າ​ຂາຍ​ກາກ​ບອນ​ທົ່ວ​ປະ​ເທດ

ເຫດ​ການ​ນີ້​ຊຸກ​ຍູ້​ການ​ຫັນ​ເປັນ​ສີ​ຂຽວ, ພັດ​ທ​ະ​ນາ​ເສດ​ຖະ​ກິດ ກາ​ກບອນ​ຕ່ຳ ແລະ ສ້າງ​ເຄື່ອງ​ມື​ຕະຫຼາດ​ໜູນ​ຊ່ວຍ​ວິ​ສາ​ຫະ​ຫ​ກິດຕື່ມ​ອີກໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.
  ບັນ​ດາ​ຜູ້​ແທນ​ກົດ​ປຸ້ມ​ເປີດ​ຕົວ​ສູນ​ແລກ​ປ່ຽນ​ຄ້າ​ຂາຍ ສິນ​ເຊື່ອ​ກາກບອນ (ພາບ: daibieunhandan.vn)  

ຕອນ​ເຊົ້າ​ວັນ​ທີ 29 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ພະ​ແນກ​ຫຼັກ​ຊັບ ຮ່າ​ໂນ້ຍ (HNX) ໄດ້​ເປີດ​ສູນ​ແລກ​ປ່ຽນ​ຄ້າ​ຂາຍ ກາກບອນ ພາຍ​ໃນ​ປະ​ເທດ, ສ້າງ​ຂີດ​ໝາຍ​ຄັ້ງ​ທຳ​ອິດ ຫວຽດ​ນາມ ນຳ​ໂຄ​ຕາ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ ແລະ ສິນ​ເຊື່ອ​ກາ​ບອນ ເຂົ້າ​ຕະຫຼາດ​ກາກ​ບອນ​ສັງ​ລວມ.

ເຫດ​ການ​ນີ້​ຊຸກ​ຍູ້​ການ​ຫັນ​ເປັນ​ສີ​ຂຽວ, ພັດ​ທ​ະ​ນາ​ເສດ​ຖະ​ກິດ ກາ​ກບອນ​ຕ່ຳ ແລະ ສ້າງ​ເຄື່ອງ​ມື​ຕະຫຼາດ​ໜູນ​ຊ່ວຍ​ວິ​ສາ​ຫະ​ຫ​ກິດຕື່ມ​ອີກໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ທ່ານ​ນາງ ຫວູ​ທິ​ເຈິນ​ເຟືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ ຫຼັກ​ຊັບ​ແ​ຫ່ງ​ລັດ, ເນັນ​ໜັກ​ວ່າ:

“ພິ​ເສດ, ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ໃນ​ໄລ​ຍະ​ຜັນ​ຂະ​ຫຍາຍ​ການ​ທົດ​ລອງ​ຈົນ​ໝົດ​ປີ 2028, ລັດ​ຖະ​ບານ​ໄດ້​ປະ​ກາດ​ໃຊ້​ມະ​ຕ​ິ​ເລກ​ທີ 29, ໃນ​ນັ້ນ​ກຳ​ນົດ​ພະ​ແນກ​ຫຼັກ​ຊັບ ຫວຽດ​ນາມ, ພະ​ແນກຫຼັກ​ຊັບ​ຮ່າ​ໂນ້ຍ ແລະ ບໍ​ລິ​ສັດໃຫຍ່ ຈົດ​ທະ​ບຽນ, ເກັບ​ຮັກ​ສາ, ທົດ​ແທນຫຼັກ​ຊັບ ຫວຽດ​ນາມ ບໍ່​ເກັບ​ຄ່າ​ສະ​ໜອງ​ການ​ບໍ​ລິ​ການ​ໃນ​ຕະຫຼາດ​ກາກບອນ​ພາຍ​ໃນ​ປະ​ເທດ. ນີ້​ແມ່ນ​ແຜນ​ນະ​ໂຍ​ບາຍ​ທີ່​ມີ​ຄວາມ​ໝາຍ​ແທດ​ຈິງສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ເດີນ​ທາງ​ຂອ​ງ​ລັດ​ຖະ​ບານ ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ປະ​ກອບ​ສ່ວນຫຼຸ​ດ​ຜ່ອນ​ຄ່າ​ທຳ​ນຽບ​ເຂົ້າ​ຕະຫຼາດ ແລະ ສົ່ງ​ເສີມ​ບັນ​ດາ​ວິ​ສ​າ​ຫະ​ກິດ​ຕັ້ງ​ໜ​້າ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການຫຼຸດ​ຜ່ອນ​ການ​ປ່ອຍ​ອາ​ຍ​ພິດ, ປ່ຽນ​ແປງ​ເຕັກ​ໂນ​ໂລ​ຢີ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.”

ການ​ນຳສູນ​ກາກບອນ​ພາຍ​ໃນ​ປະ​ເທດ ເຂົ້າ​ເຄື່ອນ​ໄຫວ​ແມ່ນ​ຂີດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ສ້າງ ແລະ ພັດ​ທ​ະ​ນາ​ຕະຫຼາດ​ກາກບອນ ຢູ່ ຫວຽດ​ນາມ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ ກ່ຽວ​ກັບ​ການຫຼຸ​ດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ, ຊຸກ​ຍູ້​ການ​ຫັນ​ເປັນ​ດີ​ຈີ​ຕອນ​ສີ​ຂຽວ, ພັດ​ທ​ະ​ນາ​ເສດ​ຖະ​ກິດ​ກາກບອນ​ຕ່ຳ ແລະ ສ້າງ​ເຄື່​ອງ​ມື​ຕະຫຼາດ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທ​ະ​ນາ​ແບບ​ຍືນ​ຍົງ.


top