ຂ່າວສານ

ເປີດລາຍການວັນຊື້ສິນຄ້າທາງອອນລາຍໃຫ່ຍກ່ວາໝູ່ໃນ ອາຊຽນ ປີ 2021

      ວັນຊື້ສິນຄ້າທາງອອນລາຍໃຫ່ຍກ່ວາໝູ່ໃນ ອາຊຽນ ປີ 2021 ຈະມີ 2 ໝວດການເຄື່ອນໄຫວຕົ້ນຕໍ່ຄື: ການຊື້ເຄື່ອງການຄ້າເອເລກໂຕນິກພາຍໃນປະເທດ ແລະ ການຊື້ເຄື່ອງການຄ້າເອເລກໂຕນິກຂ້າມຊາຍແດນ.
(ພາບ:TTXVN)
      ວັນຊື້ສິນຄ້າທາງອອນລາຍໃຫ່ຍກ່ວາໝູ່ໃນອາຊຽນປີ  2021  (ASEAN Online Sale Day 2021) ໄດ້ເລີ່ມເຄື່ອນໄຫວຢູ່ 10 ປະເທດສະມາຊິກໃນພາກພື້ນ ອາຊຽນ.
   ໂດຍນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 54 ປີແຜ່ງວັນສ້າງຕັ້ງ ອາຊຽນ, ວັນຊື້ສິນຄ້າທາງອອນລາຍໃຫ່ຍກ່ວາໝູ່ໃນ ອາຊຽນ ປີ 2021 ຈະເລີ່ມຕົ້ນຢ່າງເປັນທາງການແຕ່ວັນທີ 8-10 ສິງຫາປີ 2021 ໂດຍ ບຣູໄນ (ປະເທດປະທານອາຊຽນ 2021), ສິງກະໂປ ແລະ ຫວຽດນາມ ເປັນປະທານຮ່ວມ.
   ຄາດວ່າ, ວັນຊື້ສິນຄ້າທາງອອນລາຍໃຫ່ຍກ່ວາໝູ່ໃນ ອາຊຽນ ປີ 2021 ຈະມີ 2 ໝວດການເຄື່ອນໄຫວຕົ້ນຕໍ່ຄື: ການຊື້ເຄື່ອງການຄ້າເອເລກໂຕນິກພາຍໃນປະເທດ ແລະ ການຊື້ເຄື່ອງການຄ້າເອເລກໂຕນິກຂ້າມຊາຍແດນ.
  ພິເສດ, ໃນຂອບເຂດຈັດລາຍການດັ່ງກ່າວ, ຜູ້ບໍລິໂພກຫວຽດນາມ ຫລືບັນດາປະເທດອາຊຽນ ຈະສາມາດຊື້ຢູ່ໃນເວັບໄຊຂອງບັນດາວິສາຫະກິດ, ພື້ນຖານການຄ້າເອເລກໂຕນິກໃຫ່ຍພາຍໃນ ແລະ ຕ່າງປະເທດ ດ້ວຍບັນດາການບຸລິມະສິດສະຫງວນໃຫ້ແກ່ເຫດການນີ້.
 (ແຫຼ່ງຄັດຈາກ VOV)


top