ນີ້ແມ່ນໂຄງການຮ່ວມມືລະຫວ່າງລັດຖະບານ ລາວ ແລະ ລັດຖະບານ ໄທ, ສອດຄ່ອງກັບຄວາມປາດຖະໜາຂອງລັດຖະບານ ແລະ ປະຊາຊົນ 2 ປະເທດ.
ຜູ້ແທນເຂົ້າຮ່ວມພິທີເປີດນຳໃຊ້ຂົວໃໝ່ (ພາບ: TTXVN)
ວັນທີ 25 ທັນວາ, ຢູ່ເຂດຫຼັກໝາຍຊາຍແດນແຫ່ງຊາດລະຫວ່າງແຂວງ ບໍລິຄຳໄຊ (ລາວ) ແລະ ແຂວງ ບຶງການ (ໄທ), ໄດ້ຈັດພິທີເປີດນຳໃຊ້ຂົວມິດຕະພາບ ລາວ - ໄທ ແຫ່ງທີ 5, ສ້າງຂີດໝາຍສຳຄັນໃນການເພີ່ມທະວີການເຊື່ອມຕໍ່ດ້ານພື້ນຖານໂຄງລ່າງຄົມມະນາຄົມ ແລະ ຊຸກຍູ້ການແລກປ່ຽນການຄ້າເຂດອະນຸພາກພື້ນແມ່ນ້ຳຂອງ, ພິເສດແມ່ນລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ໄທ.
ທີ່ເຫດການ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ລາວ ແລະ ທ່ານ ອະນຸທິນ ຊານວິຣະກຸນ ນາຍົກລັດຖະມົນຕີ ໄທ ໄດ້ກ່າວແຈ້ງເຖິງຄວາມສຳຄັນຂອງກິດຈະກຳ; ຢືນຢັນວ່າ ນີ້ແມ່ນໂຄງການຮ່ວມມືລະຫວ່າງລັດຖະບານ ລາວ ແລະ ລັດຖະບານ ໄທ, ສອດຄ່ອງກັບຄວາມປາດຖະໜາຂອງລັດຖະບານ ແລະ ປະຊາຊົນ 2 ປະເທດ. ໂຄງການໄດ້ປະກອບສ່ວນເຊື່ອມຕໍ່ ລາວ ກັບແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ, ສ້າງຄວາມສະດວກ, ວ່ອງໄວກວ່າໃຫ້ແກ່ການຂົນສົ່ງທາງຄົມມະນາຄົມ, ການຄ້າ ແລະ ທ່ອງທ່ຽວລະຫວ່າງ 2 ປະເທດ.
ຂົວມິດຕະພາບ ລາວ - ໄທ ໄດ້ຮັບການກໍ່ສ້າງຂ້າມແມ່ນ້ຳຂອງ. ຂົວແຫ່ງນີ້ໄດ້ຊ່ວຍຫຼຸດເສັ້ນທາງໄປມາຈາກແຂວງ ບຶງການ (ທາງທິດຕາເວັນອອກສ່ຽງເໜືອ ໄທ), ໄປຜ່ານແຂວງ ບໍລິຄຳໄຊ (ທາງພາກກາງ ລາວ) ອອກໄປຮອດດ່ານຊາຍແດນ ເກົ່າແຈວ (ແຂວງ ຮ່າຕິ້ງ, ຫວຽດນາມ) ລົງເຫຼືອພຽງກວ່າ 200 ກມ, ເມື່ອທຽບໃສ່ກວ່າ 350 ກມ ຄືກ່ອນນີ້.